ສາຍພົວພັນລະຫວ່າງອີຣານ-ເອຢິບດີຂຶ້ນແມ່ນສອດຄ່ອງກັບຜົນປະໂຫຍດຂອງສອງປະເທດແລະປະເທດຢູ່ໃນພາກພື້ນ

2023-11-14 10:56:19 CRI

 

   ທ່ານ ນາເຊີ ການານີ ໂຄສົກກະຊວງການຕ່າງປະເທດອີຣານ ໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 13 ພະຈິກນີ້ວ່າ: ໃນໄລຍະຈັດກອງປະຊຸມສຸດຍອດພິເສດຮ່ວມລະຫວ່າງຜູ້ນໍາປະເທດອາຣັບ-ອິດສະລາມ, ທ່ານ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ແລະ ທ່ານ ອັບເດວ ຟາຕາ ອານ ຊີຊີ ປະທານາທິບໍດີເອຢິບໄດ້ພົບປະກັນ, ສອງຝ່າຍໄດ້ເປິກສາຫາລືກ່ຽວກັບການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດກໍຄືບັນຫາອື່ນໆ.


   ທ່ານ ການານີ ກ່າວຕື່ມວ່າ: ການພົບປະກັນລະຫວ່າງປະທານາທິບໍດີອີຣານ ແລະ ປະທານາທິບໍດີເອຢິບຢູ່ນະຄອນຫຼວງຣີຢັດປະເທດອາຣັບບີ ຊາອຸດິດເປັນການພົບປະກັນທີ່ສໍາຄັນ, ພ້ອມທັງເປັນເຫດການສໍາຄັນໃນຂະບວນການສາຍພົວພັນດ້ານການເມືອງລະຫວ່າງສອງປະເທດນໍາອີກ. ພວກຂ້າພະເຈົ້າຕີລາຄາຢ່າງຕັ້ງໜ້າຕໍ່ການພົບປະກັນລະຫວ່າງປະມຸກລັດຂອງສອງປະເທດຢູ່ນະຄອນ ຫຼວງຣີຢັດ ປະເທດອາຣັບບີ ຊາອຸດິດ. ສາຍພົວພັນລະຫວ່າງອີຣານ-ເອຢິບດີຂຶ້ນແມ່ນສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ ແລະ ປະເທດຢູ່ໃນພາກພື້ນ