ການພົບປະລະຫວ່າງທ່ານສີຈິ້ນຜິງ ກັບ ທ່ານໂຈ ໄບເດັນ ໄດ້ຮັບຄວາມສົນໃຈທົ່ວໄປຈາກບຸກຄົນໃນສາກົນ

2023-11-15 16:26:44 cri



ຫວ່າງມໍ່ໆມານີ້, ນັກຂ່າວໂທລະພາບສູນກາງຈີນໄດ້ສຳພາດເຈົ້າໜ້າທີອົງການ ສປຊ, ເຈົ້າໜ້າທີ່ທ້ອງຖິ່ນອາເມຣິກາ ແລະ ປະຊາຊົນທົ່ວໄປ, ວົງການຕ່າງໆລ້ວນແຕ່ມີຄວາມຫວັງວ່າ: ການພົບປະລະຫວ່າງປະມຸກລັດສອງປະເທດຈີນ-ອາເມຣິກາ ຈະສາມາດສ້າງໂອກາດໃໝ່ໃຫ້ແກ່ການປັບປຸງການພົວພັນລະຫວ່າງສອງປະເທດໃຫ້ດີຂຶ້ນ ພ້ອມທັງຈະສາມາດສ້າງແຮງຂັບເຄື່ອນໃໝ່ໃຫ້ກັບການພັດທະນາຂອງໂລກ.

ທ່ານສະເຕຟານ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການ ສປຊ ກ່າວວ່າ: ທ່ານເລຂາທິການໃຫຍ່ໄດ້ກ່າວເຖິງຄວາມສຳຄັນຫຼາຍຄັ້ງກ່ຽວກັບການພົວພັນທີ່ມີລັກສະນະສ້າງສັນແລະການຮ່ວມມືກັນລະຫວ່າງຈີນ-ອາເມຣິກາທີ່ມີຕໍ່ຫຼາຍຫົວຂໍ້, ໂດຍສະເພາະໃນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ວິທະຍາສາດເຕັກນິກປັນຍາປະດິດ ແລະ ອື່ນໆ, ດັ່ງນັ້ນ, ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສອງຝ່າຍຈະສາມາດສົນທະນາກັນຢ່າງມີລັກສະນະສ້າງສັນແລະມີຜົນສຳເລັດ.

ທ່ານເອທາຣິນ ກຊິນ ອະດີດຜູ້ອຳນວຍການປະຕິບັດງານໂຄງການອາຫານໂລກຂອງອົງການ ສປຊ ກ່າວວ່າ: ຂ້າພະເຈົ້າຕື່ນເຕັ້ນດີໃຈຫຼາຍທີ່ໄດ້ເຫັນຜູ້ນຳສອງປະເທດຈີນ-ອາເມຣິກາຈະພົບປະກັນໃນໄລຍະກອງປະຊຸມອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ເຊິ່ງສອງຝ່າຍສາມາດປ່ອຍວາງຄວາມເຫັນທີ່ຂັດແຍ້ງກັນຕ່າງໆ ແລະ ສິ່ງທ້າທາຍດ້ານພູມສາດການເມືອງຕ່າງໆທີ່ຄະນະຜູ້ແທນສອງປະເທດເປິກສາຫາລືກັນ. ເພາະວ່າຜູ້ນຳສອງປະເທດລ້ວນແຕ່ໄດ້ຮັບຮູ້ເຖິງຄວາມສຳຄັນຂອງການພົບປະໃນຄັ້ງນີ້ ໂດຍຈະສາມາດແກ້ໄຂບັນຫາ, ພະຍາຍາມບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ເປັນຕົ້ນຄວາມໝັ້ນຄົງດ້ານສະບຽງອາຫານແລະອື່ນໆ.