ບົດລາຍງານສ່ອງແສງໃຫ້ເຫັນວ່າ: ວິສາຫະກິດຈີນຊ່ວຍຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຂອງສະຫະພາບເອີຣົບ

2023-11-15 11:34:21 CRI

 

   ວັນທີ 14 ພະຈິກນີ້ຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ, ສະພາການຄ້າຈີນປະຈໍາສະຫະພາບເອີຣົບ ແລະ ບໍລິສັດໂຣລານເບິເກີ ເຊິ່ງເປັນບໍລິສັດທີ່ເປິກສາດ້ານການບໍລິຫານລະດັບໂລກໄດ້ຮ່ວມກັນປະກາດບົດລາຍງານປະຈໍາປີທີ່ພາດຫົວຂໍ້ວ່າ “ຮ່ວມກັນສ້າງເສັ້ນທາງແຫ່ງຄວາມໄວ້ເນື້ອເຊື່ອໃຈກັນ, ຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງຈີນ-ເອີຣົບຂອງບົດລາຍງານວ່າດ້ວຍການພັດທະນາຂອງວິສາຫະກິດຈີນຢູ່ສະຫະພາບເອີຣົບປີ 2023/2024”, ບົດລາຍງານສະບັບດັ່ງກ່າວໄດ້ສ່ອງແສງໃຫ້ເຫັນວ່າ: ວິສາຫະກິດຈີນພວມຊ່ວຍຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຂອງສະຫະພາບເອີຣົບ.


   ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ: ໃນປີ 2022, ອົງການສິດທິບັດເອີຣົບໄດ້ຮັບເອົາການຮ້ອງຂໍສິດທິບັດຈໍານວນ 19.041 ລາຍການຈາກຈີນ, ເພີ່ມຂຶ້ນ 15,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເຊິ່ງໄດ້ສ້າງປະຫວັດສາດໃໝ່ ແລະຖືວ່າເປັນປະເທດທີ່ມີການເຕີບໂຕຫຼາຍທີ່ສຸດໃນຈໍານວນ 20 ປະເທດ ແລະ ເຂດແຄວ້ນຫຼັກໃນການຮ້ອງຂໍສິດທິບັດ.


   ບົດລາຍງານຍັງລະບຸຕື່ມວ່າ: 88% ຂອງວິສາຫະກິດຈີນທີ່ໃຫ້ສໍາພາດຢືນຢັນວ່າຈະເພີ່ມການລົງທຶນ ຫຼື ຮັກສາການລົງທຶນໃຫ້ເທົ່າກັບລະດັບທີ່ຜ່ານມາຕໍ່ການຄົ້ນຄວ້າພັດທະນາວິທະຍາສາດເຕັກໂນໂລຊີຢູ່ເອີຣົບໃນອະນາຄົດ. ຄ່ຽງຄູ່ກັບການລົງທຶນດ້ານການຄົ້ນຄວ້າພັດທະນາເພີ່ມຂຶ້ນ, ວິສາຫະກິດຈີນຈໍານວນຫຼາຍໄດ້ເປີດກວ້າງການວາງແຜນສ້າງສູນຄົ້ນຄວ້າພັດທະນາຢູ່ເອີຣົບເປັນກ້າວໆ.