ຈີນຍື່ນຍັດຕິກ່ຽວກັບນະໂຍບາຍພາສີກາກບອນຕໍ່ອົງການການຄ້າໂລກ

2023-11-15 11:58:02 cri

ຄະນະກຳມະການການຄ້າກັບສິ່ງແວດລ້ອມຂອງອົງການການຄ້າໂລກຫຼືWTOໄດ້ຈັດກອງປະຊຸມເທື່ອທີ3ປະຈຳປີ2023ຢູ່ນະຄອນເຊີແນວ ປະເທດສະວິສລະຫວ່າງວັນທີ13-14ພະຈິກນີ້. ໃນກອງປະຊຸມ, ຢູ່ບົນພື້ນຖານທີ່ສະເໜີຍັດຕິໃນເດືອນມີນາແລະເດືອນມິຖຸນາປີນີ້ແລ້ວ, ຈີນໄດ້ຍື່ນຍັດຕິວ່າດ້ວຍບັນຫານະໂຍບາຍກ່ຽວກັບກົນໄກພາສີກາກບອນທີ່ຄອງຖ້າຫຼາຍຝ່າຍເປິກສາຫາລືກັນ, ເຊິ່ງຍັດຕິສະບັບນີ້ໄດ້ສຸມໃສ່ບັນຫານະໂຍບາຍກ່ຽວກັບກົນໄກພາສີກາກບອນ ໂດຍສະເໜີຫຼາຍບັນຫາລະອຽດທີ່ຕ້ອງການໃຫ້ຫຼາຍຝ່າຍເປິກສາຫາລືເປັນການສະເພາະ.

ເນື້ອໃນຍັດຕິລະບຸວ່າ: ໃນຂະບວນການຄົ້ນຄວ້າຜ່ານຈາກນະໂຍບາຍການຄ້າເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກົນໄກພາສີກາກບອນແມ່ນໄດ້ຖືເອົາຕົວຊີ້ວັດເຄື່ອງມືນະໂຍບາຍສິ່ງແວດລ້ອມຕ່າງໆ ເຊັ່ນ:  ການລະບາຍກາກບອນ, ປະລິມານການລະບາຍກາກບອນ ແລະຂະບວນການລະບາຍກາກບອນເປັນຕົ້ນ ໄປປະສານສົມທົບກັບນະໂຍບາຍການຄ້າເຊັ່ນ ການເພີ່ມພາສີຫຼືປັບປຸງພາສີ ແລະອື່ນໆ ພ້ອມທັງໄດ້ຊຸກຍູ້ການປະຕິບັດດ້ວຍຮູບການຝ່າຍດຽວ ເຊິ່ງພາໃຫ້ມີການໂຕ້ຖຽງຫຼາຍສົມຄວນ. ການເປິກສາຫາລືຫຼາຍຝ່າຍທີ່ກ່ຽວຂ້ອງກັບບັນຫານີ້ ຄວນຮັບປະກັນການປະສານງານຢ່າງກົມກຽວລະຫວ່າງໂຄງປະກອບການຄ້າຫຼາຍຝ່າຍທີ່ເປີດກວ້າງ,ບໍ່ມີການຈຳແນກແລະຍຸຕິທຳ ກັບ ການອະນຸລັກສິ່ງແວດລ້ອມແລະການພັດທະນາແບບຍືນຍົງ  ເພື່ອບັນລຸໃຫ້ການອະນຸລັກສິ່ງແວດລ້ອມສອດຄ່ອງກັບລະດັບການພັດທະນາເສດຖະກິດ.