ເວທີສື່ອັດສະລິຍະຂອງCMGເປີດເຜີຍຕົວຢ່າງສະດຸດຕາໃນກອງປະຊຸມສື່ມວນຊົນໂລກຄັ້ງທີ2ຢູ່ສະຫະລັດອາຣັບເອມີເຣດ

2023-11-15 11:56:50 cri



   ວັນທີ 14 ພະຈິກນີ້, ກອງປະຊຸມສື່ມວນຊົນທົ່ວໂລກຄັ້ງທີ2ໄດ້ໄຂຂຶ້ນຢູ່ນະຄອນຫຼວງອາບູດາບີ ປະເທດສະຫະລັດອາຣັບເອມີເຣດ. ກອງປະຊຸມສື່ມວນຊົນໂລກຄັ້ງນີ້ມີຫົວຂໍ້ວ່າ: “ສ້າງອະນາຄົດຂອງຂະແໜງການສື່ມວນຊົນ”, ມີເຈົ້າໜ້າທີ່ລັດຖະບານ, ຜູ້ຕາງໜ້າສື່ມວນຊົນ, ບຸກຄົນຈາກວົງການທຸລະກິດ, ຜູ້ຊ່ຽວຊານແລະນັກວິຊາການທີ່ມາຈາກ 172 ປະເທດໄດ້ເຂົ້າຮ່ວມຕາມຄຳເຊີນ.

   ກອງປະຊຸມຄັ້ງນີ້ປະກອບມີກິດຈະກຳຕ່າງໆເຊັ່ນ: ກອງປະຊຸມ, ງານວາງສະແດງ, ຮ້ານວາງສະແດງນະວັດຕະກຳ ແລະອື່ນໆ ໂດຍມີຫົວຂໍ້ເປິກສາຫາລືຕ່າງໆເຊິ່ງລວມເຖິງ ບົດບາດຂອງສື່ມວນຊົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການບັນລຸເປົ້າໝາຍການພັດທະນາແບບຍືນຍົງ; ກາລະໂອກາດແລະສິ່ງທ້າທາຍດ້ານການປະດິດສ້າງແລະການປ່ຽນແປງໃນຂົງເຂດສື່ມວນຊົນ; ແການຮ່ວມມືຢ່າງເລິກເຊິ່ງລະຫວ່າງສະຖາບັນການສຶກສາຊັ້ນສູງກ່ຽວກັບສື່ມວນຊົນແລະບໍລິສັດວິທະຍາສາດເຕັກໂນໂລຊີ ເປັນຕົ້ນ.

ໃນກອງປະຊຸມສື່ມວນຊົນໂລກຄັ້ງນີ້,  ຢູ່ສະຖານທີ່ປະຊຸມ, ວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ຈັດເຂດວາງສະແດງສະເພາະໂດຍສຸມໃສ່ວາງສະແດງເວທີ “ຂ່າວໂລກດິຈີຕອນ” ຫຼື Global News Cloud ເຊິ່ງເປັນເວທີສື່ອັດສະລິຍະ ທີ່ສາມາດປະຕິບັດໜ້າທີ່ “ເກັບກຳຂໍ້ມູນຂ່າວສານເທື່ອດຽວ, ແບ່ງປັນຢ່າງຮອບດ້ານ, ຮຽບຮຽງແລະເຜີຍແຜ່ດ້ວຍຫຼາຍຊ່ອງທາງ” ພາຍໃຕ້ສະພາບການທີ່ສາມາດຄຸ້ມຄອງແລະຄວບຄຸມເນື້ອໃນຂ່າວໄດ້.