ທ່ານສີຈິ້ນຜີງພົບປະກັບທ່ານໂຈ ໄບເດັນ

2023-11-16 03:51:57 cri


ຕອນເຊົ້າວັນທີ 15 ພະຈິກນີ້ ຕາມເວລາທ້ອງຖີ່ນ, ທ່ານສີຈິ້ນຜີງ ປະທານປະເທດ ສປ ຈີນໄພ້ພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາທີ່ຣີສອດຟີໂລລີທີ່ຊານຝຣັງຊິສໂກອາເມຣິກາ.
ທ່ານສີຈິ້ນຜີງຊີ້ອອກວ່າ, ນັບແຕ່ຂ້າພະເຈົ້າພົບປະກັບທ່ານຢູ່ທີ່ເກາະບາຫຼີເມື່ອຄັ້ງກ່ອນຜ່ານມາໄດ້ໜຶ່ງປີແລ້ວ. ຕະຫຼອດເວລາ 1 ປີມານີ້ ໄດ້ເກີດຫຼາຍໆເລື່ອຂຶ້ນ. ທົ່ວໂລກໄດ້ຜ່ານພົ້ນອອກຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຜົນກະທົບທີ່ເກີດຂຶ້ນຈາກພະຍາດລະບາດຄັ້ງນີ້ຍັງສືບຕໍ່ຢູ່. ເສດຖະກິດໂລກໄດ້ເລີ່ມຟື້ນຟູຂຶ້ນ ແຕ່ຍັງຂາດພະລັງຊີວິດຊີວາຢູ່, ຕ່ອງໂສ້ການສະໜອງດ້ານຜະລິດຕະກຳຖືກກະທົບ, ລັດທິປົກປ້ອງການຄ້າຟື້ນຕົວຄືນມາ ເຊິ່ງບັນຫາເຫຼົ່ານີ້ແມ່ນພົ້ນເດັ່ນຫຼາຍ. ໃນຖານະເປັນການພົວພັນສອງຝ່າຍທີ່ສຳຄັນທີ່ສຸດໃນໂລກ, ຄວນພິຈາລະນາ ແລະວາງແຜນໃຫ້ການພັດທະນາການພົວພັນລະຫວ່າງຈີນ-ອາເມຣິກາຢູ່ໃນສະພາບການໂລກທີ່ກຳລັງເກີດມີການປ່ຽນແປງຢ່າງໃຫຍ່ໃນຮອບຮ້ອຍປີມາ, ເພື່ອນຳເອົາຄວາມຜາສຸກມາໃຫ້ປະຊາຊົນສອງປະເທດ, ແລະຮັບຜິດຊອບຕໍ່ຄວາມກ້າວໜ້າຂອງມວນມະນຸດ.
ທ່ານສີຈິ້ນຜີງຊີ້ອອກວ່າ, ຕະຫຼອດໄລຍະ 50 ປີມານີ້ ການພົວພັນຈີນ-ອາເມຣິກາບໍ່ແມ່ນໄດ້ຂະຫຍາຍຕົວຢ່າງສະດວກທີ່ສຸດ, ມັກຈະເກີດມີບັນຫາແນວນັ້ນແນວນີ້ຂຶ້ນ, ແຕ່ໄດ້ມີການຂະຫຍາຍຕົວໃນທ່າມກາງຄວາມລະອິລະອ້ຽວ. ສອງປະເທດໃຫຍ່ປານນີ້, ຄັນບໍ່ໄປມາຫາສູ່ກັນ ແມ່ນເປັນໄປບໍ່ໄດ້, ແຕ່ຖ້າຄິດຢາກແຕ່ປ່ຽນແປງຝ່າຍກົງກັນຂ້າມ ພັດແມ່ນເລື່ອງບໍ່ແທດເໝາະກັບຕົວຈິງເຊັ່ນກັນ, ການປະທະກັນ ແລະເປັນປໍລະປັກກັນ ຈະເກີດມີຜົນຮ້າຍທີ່ຝ່າຍໃດໆບໍ່ສາມາດຮັບຮອງໄດ້.
ທ່ານກ່າວຕໍ່ວ່າ, ຂ້າພະເຈົ້າຍັງຄິດຄືເກົ່າຢູ່ວ່າ, ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ຄວນກາຍເປັນກະແສຫຼັກຂອງຍຸກນີ້, ແລະບໍ່ສາມາດແກ້ໄຂບັນຫາລະຫວ່າງຈີນ-ອາເມຣິກາ ກໍ່ຄືບັນຫາຂອງໂລກໄດ້.    ໜ່ວຍໂລກນີ້ສາມາດໃຫ້ຈີນ ແລະອາເມຣິກາຢູ່ຮ່ມກັນໄດ້, ຜົນສຳເລັດຂອງພວກເຮົາຕ່າງເປັນໂອກາດໃຫ້ແກ່ກັນໄດ້ເຊັ່ນກັນ. ຈີນ ແລະອາເມລິກາມີປະຫວັດສາດ, ວັດທະນະທຳ,  ລະບອບສັງຄົມ ແລະເສັ້ນທາງການພັດທະນາທີ່ຕ່າງກັນ, ນີ້ແມ່ນເລື່ອງຈິງຢູ່ແລ້ວ, ແຕ່ຂໍແຕ່ວ່າທັງສອງປະເທດມີຄວາມເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລ້ວ, ຈະສາມາດກ້າວຂ້າມຄວາມຂັດແຍ້ງກັນໄດ້, ແລະຊອກເຫັນວິທີ່ຢູ່ຮ່ວມກັນຢ່າງຖືກຕ້ອງລະຫວ່າງປະເທດໃຫຍ່. ຂ້າພະເຈົ້າເຊື່ອໝັ້ນວ່າ, ອະນາຄົດແຫ່ງການພົວພັນຈີນ-ອາເມຣິກາແມ່ນສະຫວ່າງສະໄຫວ.
ຂ້າພະເຈົ້າ ແລະທ່ານປະທານາທິບໍດີ ແມ່ນຜູ້ກຳກັບການພົວພັນຈີນ-ອາເມຣິກາ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ ຕໍ່ໂລກກໍ່ຄືຕໍ່ປະຫວັດສາດເຊັ່ນກັນ. ຂ້າພະເຈົ້າຄອງຄອຍຈະໄດ້ຮ່ມກັບທ່ານປະທານາທິບໍດີລົງເລິແລກປ່ຽນຄວາມເຫັນກ່ຽວກັບບັນຫາທີ່ມີລັກສະນະຍຸດທະສາດ ລັກສະນະຮອບດ້ານ ແລະລັກສະນະເປັນທິດທາງໃນການພົວພັນລະຫວ່າງຈີນ-ອາເມຣິກາ ກໍ່ຄືບັນຫາສຳຄັນຕ່າງໆທີ່ກ່ຽວພັນກັບສັນຕິພາບແລະການພັດທະນາຂອງໂລກ ເພື່ອບັນລຸຄວາມເປັນເອກະພາບກກັນອັນໃໝ່.