ທ່ານ ສີຈິ້ນຜິງ: ການພົວພັນຈີນ-ອາເມຣິກາຈະນຳເອົາຄວາມສຸກມາໃຫ້ແກ່ປະຊາຊົນສອງປະເທດ

2023-11-16 11:21:27 CRI

 

    ຕອນເຊົ້າວັນທີ 15 ພະຈິກນີ້ ຕາມເວລາທ້ອງຖີ່ນ, ທ່ານສີຈິ້ນຜີງ ປະທານປະເທດ ສປ ຈີນໄພ້ພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາທີ່ນິຄົມຟີໂລລີຢູ່ນະຄອນຊານຟຣານຊິສໂກອາເມຣິກາ.


    ໃນໂອກາດນີ້, ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ໃນຖານະເປັນການພົວພັນສອງຝ່າຍສຳຄັນທີ່ສຸດຢູ່ໃນໂລກ, ພວກເຮົາຄວນພິຈາລະນາ ແລະ ວາງແຜນໃຫ້ການພັດທະນາການພົວພັນລະຫວ່າງຈີນ-ອາເມຣິກາຢູ່ໃນທ່າມກາງສະພາບການຂອງໂລກທີ່ກຳລັງມີການປ່ຽນແປງຢ່າງໃຫຍ່ຫຼວງໃນຮອບຮ້ອຍປີຜ່ານມາ, ເພື່ອນຳເອົາຄວາມສຸກມາໃຫ້ແກ່ປະຊາຊົນສອງປະເທດ ແລະ ມິຄວາມຮັບຜິດຊອບຕໍ່ຄວາມກ້າວໜ້າຂອງມວນມະນຸດ.