ສະຫະພາບເອີຣົບຈະປັບຫຼຸດຕົວເລກຄາດຄະເນການເຕີບໂຕດ້ານເສດຖະກິດປີ2023ຂອງສະຫະພາບເອີຣົບແລະເຂດໃຊ້ເງິນເອີໂຣ

2023-11-16 10:03:00 cri



ວັນທີ 15 ພະຈິກນີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ເຜີຍແຜ່ບົດລາຍງານວິໄສທັດເສດຖະກິດລະດູໃບໄມ້ຫຼົ່ນປີ2023ໂດຍປະກາດປັບຫຼຸດຕົວເລກຄາດຄະເນການເຕີບໂຕດ້ານເສດຖະກິດໃນປີນີ້ແລະປີໜ້າຂອງສະຫະພາບເອີຣົບແລະເຂດໃຊ້ເງິນເອີໂຣ.

ບົດລາຍງານຄາດຄະເນວ່າ: ປີ2023, ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນຫຼືGDPຂອງສະຫະພາບເອີຣົບແລະເຂດໃຊ້ເງິນເອີໂຣລ້ວນແຕ່ຢູ່ໃນລະດັບ0,6%, ທຽບໃສ່ຕົວເລກຄາດຄະເນຕາມບົດລາຍງານວິໄສທັດເສດຖະກິດລະດູຮ້ອນ ໄດ້ຫຼຸດລົງ 0,2%, ພ້ອມດຽວກັນນັ້ນຍັງຄາດຄະເນວ່າ ປີ2024, ເສດຖະກິດສະຫະພາບເອີຣົບຈະເຕີບໂຕ1,3%, ເຂດໃຊ້ເງິນເອີໂຣຈະເຕີບໂຕ1,2% ເຊິ່ງຕ່າງງກໍໄດ້ຫຼຸດລົງ0,1%ເມື່ອທຽບໃສ່ຕົວເລກຄາດຄະເນໄປກ່ອນໜ້ານີ້.

ບົດລາຍງານຫຼ້າສຸດລະບຸວ່າ: ອັດຕາເງິນເຟີ້ສູງແລະນະໂຍບາຍເງິນຕາຮັດກຸມຫຼາຍຂຶ້ນ ບວບກັບຄວາມຕ້ອງການພາຍນອກອ່ອນແອ, ເຊິ່ງປັດໄຈເຫຼົ່ານີ້ໄດ້ສ້າງຜົນກະທົບຕໍ່ເສດຖະກິດຫຼາຍກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້. ຕົວຊີ້ວັດທຸລະກິດແລະຂໍ້ມູນສຳຫຼວດຫຼ້າສຸດສະແດງໃຫ້ເຫັນວ່າ: ເນື່ອງຈາກຄວາມບໍ່ແນ່ນອນເພີ່ມຂຶ້ນ, ການເຄື່ອນໄຫວດ້ານເສດຖະກິດເອີຣົບໃນໄຕມາດທີ4ປີນີ້ຈະສືບຕໍ່ຊ້າລົງ. ນອກນີ້, ສະພາບເຄັ່ງຕຶງດ້ານພູມສາດການເມືອງຮຸນແຮງຂຶ້ນ, ເຮັດໃຫ້ຄວາມບໍ່ແນ່ນອນເພີ່ມຂຶ້ນຕື່ມອີກ ເຊິ່ງເຮັດໃຫ້ເສດຖະກິດມີອະນາຄົດບໍ່ສົດໃສ.