ທ່ານຫວາງຢີ້ແນະນຳສະພາບການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຢູ່ຊານຟຣານຊິສໂກ

2023-11-16 14:57:57 CRI

 

ວັນທີ 15 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຢູ່ບ່ອນຕາກອາກາດຟີໂລລີນະຄອນຊານຟຣານຊິສໂກປະເທດອາເມຣິກາ. ຫຼັງຈາກການພົບປະ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການທີ່ກ່ຽວຂ້ອງຕໍ່ສື່ມວນຊົນ.

 

ທ່ານຫວາງຢີ້ກ່າວວ່າ, ການພົບປະຄັ້ງນີ້ມີຈຸດພິເສດ 3 ຂໍ້, ຄື: ໜຶ່ງ, ລັກສະນະຍຸດທະສາດ. ບໍ່ວ່າຈາກລັກສະນະພິເສດຂອງການຈັດວາງການພົບປະ, ຄວາມສົນໃຈຂອງຈີນ ອາເມຣິກາ ແລະ ປະຊາຄົມໂລກ, ຫຼື ຄວາມສຳຄັນຂອງການພົບປະນັ້ນເອງ, ລ້ວນແຕ່ເປັນກອງປະຊຸມປະມຸກລັດທີ່ມີລັກສະນະຍຸດທະສາດ ແລະ ຜົນສະທ້ອນຢ່າງເລິກເຊິ່ງຍາວໄກ. ສອງ, ລັກສະນະປະຫວັດສາດ. ການພົບປະຄັ້ງນີ້ຈັດຂຶ້ນພາຍໃຕ້ເບື້ອງຫຼັງທີ່ສາຍພົວພັນຈີນ-ອາເມຣິກາຢູ່ໃນໄລຍະສຳຄັນ. ປະຊາຄົມໂລກຕ້ອງການສາຍພົວພັນຈີນ-ອາເມຣິກາທີ່ໝັ້ນທ່ຽງຫຼາຍກວ່າທຸກໄລຍະທີ່ຜ່ານມາ. ສາມ, ລັກສະນະນຳໜ້າ. ໂດຍໄດ້ສະເໜີຄວາມເຫັນຊີ້ນຳຕໍ່ບັນຫາພົ້ນເດັ່ນທີ່ສຸດ, ເຊັ່ນ: ສ້າງຄວາມຮັບຮູ້ທີ່ຖືກຕ້ອງກັນ,ຄວບຄຸມຄວາມເຫັນທີ່ຂັດແຍ້ງກັນຢ່າງເໝາະສົມ, ຊຸກຍູ້ການສົນທະນາ ແລະການຮ່ວມມື, ແລະອື່ນໆ, ໄດ້ເປິກສາຫາລືຕື່ມອີກກ່ຽວກັບເສັ້ນທາງຖືກຕ້ອງທີ່ສອງປະເທດໃຫຍ່ຢູ່ຮ່ວມກັນ, ກຳນົດຄວາມຮັບຜິດຊອບຮ່ວມຂອງຈີນ ແລະ ອາເມຣິກາ, ສ້າງ “ວິໄສທັດຊານຟຣານຊິສໂກ” ທີ່ມຸ່ງໜ້າໄປສູ່ອະນາຄົດ, ຊີ້ທິດເຍືອງທາງອັນຈະແຈ້ງ ແລະ ວາງແຜນວາດລວມໃຫ້ແກ່ການພັດທະນາຢ່າງປອດໃສ ໝັ້ນທ່ຽງ ແລະ ຍືນຍົງຂອງສາຍພົວພັນຈີນ-ອາເມຣິກາ.