ວິກິດການດ້ານການປ່ຽນແປງຂອງດິນຟ້າອາກາດເພີ່ມແຮງກົດດັນແບບບໍ່ເຄີຍມີມາກ່ອນໃຫ້ແກ່ລະບົບສາທາລະນະສຸກຂອງໂລກ

2023-11-16 15:59:12 cri

ວັນທີ 15 ພະຈິກນີ້, ອົງການອະນາໄມໂລກໃຫ້ຮູ້ວ່າ: ວິກິດການດ້ານການປ່ຽນແປງຂອງດິນຟ້າອາກາດພວມເພີ່ມແຮງກົດດັນແບບບໍ່ເຄີຍມີມາກ່ອນໃຫ້ແກ່ລະບົບສາທາລະນະສຸກຂອງໂລກ, ຮຽກຮ້ອງໃຫ້ນຳໃຊ້ການເຄື່ອນໄຫວຢ່າງຮອບດ້ານເພື່ອຜ່ອນຄາຍການປ່ຽນແປງຂອງດິນຟ້າອາກາດ.

ອົງການອະນາໄມໂລກຢືນຢັນວ່າ: ໃນຂອບເຂດທົ່ວໂລກ, ປັດໃຈທີ່ມີຄວາມສ່ຽງຕໍ່ບຸກຄົນ, ສາທາລະນະສຸກແລະລະບົບການແພດຮັກສາສຸຂະພາບມີລັກສະນະຄ້າຍຄືກັນ. ວິກິດການດ້ານການປ່ຽນແປງຂອງດິນຟ້າອາກາດໄດ້ສະແດງອອກມາໂດຍຜ່ານຊ່ອງທາງປະເພດຕ່າງໆ ເຊິ່ງລວມທັງຄວາມບໍ່ໝັ້ນຄົງດ້ານສະບຽງອາຫານຮຸນແຮງຂຶ້ນ, ພະຍາດແຜ່ລະບາດ, ເຫດການອາກາດຮ້າຍແຮງເກີດຂຶ້ນນັບມື້ນັບຫຼາຍແລະຮຸນແຮງຂຶ້ນ. ປີ 2021, ຍ້ອນໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນ ແລະ ໄພແຫ້ງແລ້ງທີ່ເກີດຂຶ້ນເລື້ອຍໆ, ປະຊາກອນທີ່ປະສົບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານຢ່າງໜັກໜ່ວງລະດັບປານກາງແລະໜັກໜ່ວງທີ່ສຸດ ແມ່ນມີຫຼາຍກວ່າ 127 ລ້ານຄົນເມື່ອທຽບໃສ່ລະດັບສະເລ່ຍລະຫວ່າງປີ 1981-2010.