ອະດີດນາຍົກຝຣັ່ງ: ເສດຖະກິດຝຣັ່ງແລະຈີນມີທ່າແຮງທີ່ຄ້ຳຊູກັນ,ການຕັດສາຍພົວພັນກັນແລະການກຳຈັດຄວາມສ່ຽງແມ່ນບໍ່ແທດເໝາະກັບຄວາມເປັນຈິງ

2023-11-17 12:05:19 cri

   ວັນທີ16ພະຈິກນີ້,ໃນເວລາເຂົ້າຮ່ວມກິດຈະກຳຂອງເວທີເປິກສາຫາລືເອີຣົບຄັ້ງທີ9ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງ ທ່ານໂດມິນິກ ເດີ ວິນເລີແປັງ ອະດີດນາຍົກລັດຖະມົນຕີຝຣັ່ງໄດ້ກ່າວປາໄສວ່າ: ເສດຖະກິດຝຣັ່ງແລະຈີນມີທ່າແຮງທີ່ຄ້ຳຊູກັນ,ການຕັດສາຍພົວພັນກັນແລະການກຳຈັດຄວາມສ່ຽງແມ່ນບໍ່ແທດເໝາະກັບຄວາມເປັນຈິງ.

   ທ່ານກ່າວຕື່ມວ່າ: ການຕັດສາຍພົວພັນກັນແລະການກຳຈັດຄວາມສ່ຽງແມ່ນບໍ່ແທດເໝາະກັບຄວາມເປັນຈິງໃນສູ່ມື້ນີ້ທີ່ກຸ່ມເສດຖະກິດຕ່າງໆອາໄສກັນ, ບັນດາຝ່າຍຄວນຊອກຫາຊ່ອງທາງຢູ່ຮ່ວມກັນທ່າມກາງການປ່ຽນແປງຂອງໂລກ,ສ້າງຄວາມໄວ້ເນື້ອເຊື່ອໃຈກັນຢູ່ໃນໂລກປັດຈຸບັນທີ່ມີຄວາມສັບສົນປັ່ນປ່ວນ.

   ກິດຈະກຳຂອງເວທີເປິກສາຫາລືເອີຣົບຄັ້ງທີ9ພາຍໃຕ້ຫົວຂໍ້ “ການຮ່ວມມືທາງເສດຖະກິດການຄ້າຈີນ-ຝຣັ່ງ: ໂອກາດແລະສິ່ງທ້າທາຍ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງແລະນະຄອນຊຽງໄຮ້ຂອງຈີນໃນມື້ດຽວກັນ.