ນັກຮຽນມັດທະຍົມອາເມຣິກາມອບຂອງຂວັນພິເສດໃຫ້ທ່ານສີຈິ້ນຜິງພ້ອມດ້ວຍພັນລະຍາ

2023-11-17 16:54:58 CRI

 

   ວັນທີ 16 ພະຈິກນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອົງການຈັດຕັ້ງສັງຄົມຂອງອາເມຣິກາເຊັ່ນ: ສະມາຄົມແລກປ່ຽນນັກຮຽນນັກສຶກສາຊາວໜຸ່ມ ເຍົາວະຊົນອາເມຣິກາ-ຈີນ ເປັນຕົ້ນ ໄດ້ຮ່ວມກັນເປັນເຈົ້າພາບຈັດງານສົນທະນາມິດຕະພາບ ແລະ ແລກປ່ຽນວັດທະນະທໍາຈີນ-ອາເມຣິກາ ຢູ່ນະຄອນຊານຟຣານຊິສໂກ ອາເມຣິກາ. ໃນໂອກາດນີ້, ນັກຮຽນສັງກັດຄະນະຮ້ອງປະສານສຽງຂອງໂຮງຮຽນມັດທະຍົມລິນຄອນ ລັດວໍຊິງຕັນ ອາເມຣິກາໄດ້ແຕ້ມຮູບເພື່ອເປັນຂອງຂວັນໃຫ້ແກ່ທ່ານ ສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍທ່ານນາງ ເຜີງລີ້ຢວນ ພັນລະຍາ, ນອກນັ້ນ, ນັກຮຽນທັງຫຼາຍຍັງໄດ້ກຽມບັດອວຍພອນວັນເກີດ ແລະ ຮ້ອງເພງປະສານສຽງເພື່ອອວຍພອນວັນເກີດຂອງທ່ານນາງ ເຜີງລີ້ຢວນ. ຜູ້ອຳນວຍການໃຫຍ່ CMG ໄດ້ຮັບເອົາຂອງຂວັນພິເສດເຫຼົ່ານີ້ແທນທ່ານ ສີຈິ້ນຜິງພ້ອມດ້ວຍພັນລະຍາ.


   ຜູ້ຕາງໜ້ານັກຮຽນຂອງໂຮງຮຽນມັດທະຍົມລິນຄອນໃຫ້ຮູ້ວ່າ: ເມື່ອເດືອນກັນຍາປີ 2015, ທ່ານ ສີຈິ້ນຜິງ ພ້ອມດ້ວຍພັນລະຍາໄດ້ຢ້ຽມຢາມໂຮງຮຽນມັດທະຍົມລິນຄອນ, ພວກເພິ່ນບໍ່ພຽງແຕ່ໄດ້ມອບປຶ້ມໃຫ້ແກ່ໂຮງຮຽນເທົ່ານັ້ນ, ຍັງໄດ້ສະໜອງໂອກາດໄປທັດສະນະສຶກສາຢູ່ຈີນໃຫ້ແກ່ບັນດານັກຮຽນ, ສິ່ງເຫຼົ່ານີ້ໄດ້ກາຍເປັນປ່ອງຢ້ຽມແຫ່ງການເຂົ້າໃຈຈີນຢ່າງເລິກເຊິ່ງໃຫ້ແກ່ຄູອາຈານ ແລະ ນັກຮຽນທັງຫຼາຍ. ຫວັງວ່າໃນອະນາຄົດຈະມີຄວາມເປັນໄປໄດ້ໃນການແລກປ່ຽນກັບເພື່ອນມິດຈີນຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປສູ່ອະນາຄົດທີ່ສົດໃສກວ່າເກົ່າ.