ການຄ້າດີຈີຕອນຂອງຈີນເພີ່ມຂຶ້ນອ່າວໄວ ກາຍເປັນຈຸດເຕີບໂຕໃໝ່ໃນການຄ້າສາກົນ

2023-11-17 12:03:50 cri

   ນັບແຕ່ຕົ້ນປີນີ້ມາ, ການຄ້າດີຈີຕອນຂອງຈີນໄດ້ເພີ່ມຂຶ້ນອ່າວໄວ,ໂຄງປະກອບດີຂຶ້ນຢ່າງຕໍ່ເນື່ອງ,ສະພາບການຄ້າດີຈີຕອນນັບມື້ນັບສົມບູນແລະຟົດຟື້ນ. ການຄ້າດີຈີຕອນໄດ້ກາຍເປັນຈຸດເຕີບໂຕໃໝ່ໃນການພັດທະນາການຄ້າສາກົນຂອງຈີນ.

   ອີງຕາມຕົວເລກສະຖິຕິຫຼ້າສຸດຂອງກະຊວງການຄ້າຈີນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້,ຍອດມູນຄ່າການຄ້າການບໍລິການຜ່ານທາງອອນລາຍຂອງຈີນໄດ້ບັນລຸເຖິງ 2.025,95 ຕື້ຢວນ, ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ກວມ 42% ຂອງຍອດມູນຄ່າການຄ້າການບໍລິການ.ໃນຖານະເປັນສ່ວນປະກອບທີ່ສຳຄັນຂອງການຄ້າດີຈີຕອນ,ໃນສາມໄຕມາດປີນີ້,ຍອດມູນຄ່າການຄ້າເອເລັກໂຕຣນິກຂາເຂົ້າຂາອອກຂອງຈີນບັນລຸເຖິງ 1.700 ຕື້ຢວນ,ເພີ່ມຂຶ້ນ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

   ທ່ານຈ່າງຕ່ານ ຫົວໜ້າພະແນກອຸດສາຫະກຳສະຖາບັນຄົ້ນຄວ້າການຮ່ວມມືທາງເສດຖະກິດການຄ້າສາກົນຂອງກະຊວງການຄ້າຈີນກ່າວວ່າ: ຂະໜາດການຄ້າດີຈີຕອນຂອງຈີນມີທ່າແຮງທີ່ພົ້ນເດັ່ນ,ການຄ້າເອເລັກໂຕຣນິກສົ່ງອອກສິນຄ້າສູ່ຕ່າງປະເທດເປັນອັນດັບທີ1ຂອງໂລກ. ຂະນະດຽວກັນ, ການບໍລິໂພກ, ການຂາຍຍ່ອຍ, ການຜະລິດ ແລະການບໍລິການດ້ວຍຮູບແບບໃໝ່ ມີຊີວິດຊີວາຫຼາຍຂຶ້ນ, ສະພາບການດ້ານການຄ້າດີຈີຕອນ ແມ່ນອຸດົມສົມບູນ ແລະ ຄົບຖ້ວນ.