ງານສົນທະນາມິດຕະພາບແລະແລກປ່ຽນວັດທະນະທໍາຈີນ-ອາເມຣິກາຈັດຂຶ້ນຢູ່ນະຄອນຊານຟຣານຊິສໂກ

2023-11-17 17:02:32 CRI

 

   ວັນທີ 16 ພະຈິກນີ້ຕາມເວລາທ້ອງຖິ່ນ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອົງການຈັດຕັ້ງສັງຄົມຂອງອາເມຣິກາເຊັ່ນ: ສະມາຄົມແລກປ່ຽນນັກຮຽນນັກສຶກສາຊາວໜຸ່ມ ເຍົາວະຊົນອາເມຣິກາ-ຈີນ ເປັນຕົ້ນ ໄດ້ຮ່ວມກັນເປັນເຈົ້າພາບຈັດງານສົນທະນາມິດຕະພາບ ແລະ ແລກປ່ຽນວັດທະນະທໍາຈີນ-ອາເມຣິກາ ຢູ່ນະຄອນຊານຟຣານຊິສໂກ ອາເມຣິກາ.



   ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ທັງເປັນຜູ້ອຳນວຍການໃຫຍ່ CMG, ທ່ານນາງ ຊາຣາ ລານເດ, ບຸກຄົນ ມິດຕະພາບຊາວອາເມຣິກາ ອະດີດກໍາມະການໃນຄະນະກໍາມະການແຂວງ ແລະ ລັດແຮກສ່ຽວຂອງລັດໄອວາອາເມຣິກາ, ທ່ານ ຈອນ ອິສເຕີບຣຸກ ຫຼານຊາຍຂອງນາຍພົນ ສະຕິເວວ ອາເມຣິກາ, ທ່ານນາງ ອິລິນ ແມັກລິນນິສ ນັກຄົ້ນຄວ້າປະຫວັດສາດ ແລະ ວັດທະນະທໍາແຫຼ່ງທ່ອງທ່ຽວກູຫຼິງແຂວງຟູຈ້ຽນ ສປ ຈີນ ໄດ້ເຂົ້າຮ່ວມ ແລະ ປະກອບຄໍາເຫັນ.



   ໃນໂອກາດນີ້, CMG ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກັບສະມາຄົມແລກປ່ຽນນັກຮຽນນັກສຶກສາຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ, ກອງທຶນມໍລະດົກການບິນອາເມຣິກາ-ຈີນ ແລະ ກອງທຶນເຮເລນ ໂຟສເຕີ ສະໂນ ໂດຍຈະດໍາເນີນການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ: ວັດທະນະທໍາ, ຂ່າວສານ, ການສຶກສາ ເປັນຕົ້ນ ເພື່ອຮ່ວມກັນເພີ່ມແຮງຂັບເຄື່ອນເຂົ້າໃນການຊຸກຍູ້ການແລກປ່ຽນວັດທະນະທໍາຈີນ-ອາເມຣິກາ.