ສ້າງອະນາຄົດອັນຮຸ່ງເຮືອງຮ່ວມກັນລະຫວ່າງຈີນ-ອາເມຣິກາ

2023-11-17 02:02:46 cri



ຕອນຄ່ຳວັນທີ 15 ພະຈິກນີ້ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທ່ານທີ່ຈັດຂຶ້ນໂດຍອົງການຈັດຕັ້ງໄມຕີຈິດມິດຕະພາບອາເມຣິກາ ແລະໄດ້ກ່າວປາຖະກະຖາ.

ທ່ານຊີ້ອອກວ່າ, ພວກເຮົາກຳລັງຢູ່ໃນຍຸກທີ່ເຕັມໄປດ້ວຍການທ້າທາຍແລະການປ່ຽນແປງ, ແຕ່ກໍ່ແມ່ນຍຸກທີ່ເຕັມໄປດ້ວຍຄວາມຫວັງ. ອະນາຄົດຂອງໂລກນີ້ຕ້ອງການຈີນ ແລະອາເມລິກາຮ່ວມມືກັນ. ການຮ່ວມມືກັນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແມ່ນກະແສຫຼັກແຫ່ງການພັດທະນາຂອງຍຸກສະໄໝ, ແລະກໍ່ແມ່ນກະແສຫຼັກທີ່ຄວນມີຢູ່ໃນການພົວພັນລະຫວ່າງຈີນ-ອາເມຣິກາ. ບັນດາແຂກຮັບເຊີນເຂົ້າຮ່ວມງານຄັ້ງນີ້ໄດ້ຕົບມືຢ່າງຟົດຟື້ນສິບກວ່າເທື່ອໃນເວລາຟັງການກ່າວປະຖະກະຖາຂອງທ່ານປະທານສີຈິ້ນຜິງ.

ບັນດາແຂກຮັບເຊີນເຂົ້າຮ່ວມງານ ແລະບຸກຄົນຜູ້ມີໄມຕີຈິດມິດຕະພາບກ່າວວ່າ, ທ່ານສີຈິ້ນຜິງກ່າວປາຖະກະຖາເທື່ອນີ້ເປັນການເດ່ມືແຫ່ງສັນຕິພາບໄປສູ່ປະຊາຊົນອາເມຣິກາ, ແມ່ນມີຄຕວາມໝາຍດ້ານປະຫວັດສາດທີ່ບໍ່ທຳມະດາ ເຊິ່ງສອງປະເທດຄວນເພີ່ມທະວີການແລກປ່ຽນ ແລະສົນທະນາກັນ, ຮ່ວມກັນສ້າງອະນາຄົດທີ່ຮຸ່ງເຮືອງ.