ຊ໋ອກດານີສົ່ງໂຮງໝໍພາກສະໜາມໄປໃຫ້ຝັ່ງຕາເວັນຕົກແມ່ນ້ຳຈໍແດນ

2023-11-17 17:13:15 cri

   ສຳນັກຂ່າວສານເປຕຣາຂອງຊ໋ອກດານີລາຍງານໃຫ້ຮູ້ວ່າ: ວັນທີ16ພະຈິກນີ້, ກອງທັບຊ໋ອກດານີໄດ້ສົ່ງໂຮງໝໍພາກສະໜາມໄປໃຫ້ນະຄອນນາບລູສທີ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຂອງປາແລັດສະຕີນ.

   ຕາມຂ່າວລາຍງານວ່າ: ໂຮງໝໍຫຼັງນີ້ປະກອບມີທີມງານແພດປິ່ນປົວທີ່ຄົບທຸກພະແນກ ແລະມີອຸປະກອນການແພດຊະນິດຕ່າງໆ ໂດຍໄດ້ສຸມໃສ່ສະໜອງການບໍລິການປິ່ນປົວໃຫ້ປະຊາຊົນນະຄອນນາບລູສ.

   ວັນທີ6ພະຈິກນີ້, ຂ່າວສານເປຕຣານຳເອົາຂໍ້ມູນຈາກກອງທັບຊ໋ອກດານີມາລາຍງານຂ່າວໃຫ້ຮູ້ວ່າ: ຍ້ອນວ່າການຂົນສົ່ງເຄື່ອງຊ່ວຍເຫຼືອຜ່ານດ່ານທາງບົກໄປໃຫ້ເຂດກາຊານັ້ນໄດ້ເລື່ອນເວລາອອກໄປ,ອຸປະກອນການແພດຂອງໂຮງໝໍພາກສະໜາມຢູ່ເຂດກາຊາເກືອບຈະໃຊ້ໝົດ,ກອງທັບອາກາດຂອງລາຊະອານາຈັກຊ໋ອກດານີໄດ້ໃຊ້ຍົນຂົນສົ່ງອຸປະກອນການແພດໄປຢ່ອນໃຫ້ໂຮງໝໍພາກສະໜາມ.