ອາເມຣິກາປະກາດຍົກເລີກມາດຕະການລົງໂທດຕໍ່ສູນພິສູດຫຼັກຖານກະຊວງປ້ອງກັນຄວາມສະຫງົບຈີນ

2023-11-17 12:06:21 cri

ຕອນຄ່ຳວັນທີ16ພະຈິກນີ້ ຕາມເວລາທ້ອງຖິ່ນ, ລັດຖະບານອາເມຣິກາໄດ້ແຈ້ງຂ່າວໂດຍປະກາດວ່າ ອາເມຣິກາຈະລຶບຊື່ຂອງສູນພິສູດຫຼັກຖານກະຊວງປ້ອງກັນຄວາມສະຫງົບຈີນລວມເຖິງສະຖານທີ່ຫ້ອງທົດລອງຢາເສບຕິດແຫ່ງຊາດຈີນອອກຈາກບັນຊີເປົ້າໝາຍທີ່ຖືກລົງໂທດ, ເຊິ່ງເປັນການຍົກເລີກມາດຕະການລົງໂທດຕໍ່ອົງການດັ່ງກ່າວ ທີ່ເກີດມີຜົນສັກສິດນັບຕັ້ງແຕ່ວັນທີ 16ພະຈິກນີ້ເປັນຕົ້ນໄປ.

 ເດືອນພຶດສະພາປີ2020, ກະຊວງການຄ້າອາເມຣິກາໄດ້ຈັດເອົາສູນພິສູດຫຼັກຖານກະຊວງປ້ອງກັນຄວາມສະຫງົບຈີນລວມເຖິງສະຖານທີ່ຫ້ອງທົດລອງຢາເສບຕິດແຫ່ງຊາດຈີນເຂົ້າໃນບັນຊີລາຍຊື່ເປົ້າໝາຍທີ່ຖືກລົງໂທດ.