ຈີນແລະສ.ເກົາຫຼີຈະມອບ-ຮັບ ອັດຖິຂອງນັກຮົບອາສາສະໝັກປະຊາຊົນຈີນທີ່ເສຍສະຫຼະຊີວິດຢູ່ສ.ເກົາຫຼີຊຸດທີ 10

2023-11-18 11:56:37 cri

ຕາມແຫຼ່ງຂ່າວຈາກກະຊວງວຽກງານນັກຮົບເກົ່າຈີນໃຫ້ຮູ້ວ່າ, ວັນທີ 23 ພະຈິກນີ້, ຈີນແລະສ.ເກົາຫຼີຈະຈັດພິທີມອບ-ຮັບອັດຖິຂອງນັກຮົບອາສາສະໝັກປະຊາຊົນຈີນ ທີ່ເສຍສະຫຼະຊີວິດຢູ່ສ.ເກົາຫຼີຊຸດທີ 10. ເທື່ອນີ້, ຝ່າຍ ສ.ເກົາຫຼີຈະມອບອັດຖິແລະສິ່ງຂອງຕ່າງໆຂອງນັກຮົບອາສາສະໝັກປະຊາຊົນຈີນ 25 ຄົນທີ່ເສຍສະຫຼະຊີວິດຢູ່ສ.ເກົາຫຼີໃຫ້ຝ່າຍຈີນ.


ຈີນແລະສ.ເກົາຫຼີເຄົາລົບແລະປະຕິບັດຕາມກົດໝາຍສາກົນແລະຫຼັກການມະນຸດສະທຳ, ໄດ້ມອບອັດຖິແລະສິ່ງຂອງຕ່າງໆຂອງນັກຮົບອາສາສະໝັກປະຊາຊົນຈີນ 913 ຄົນທີ່ເສຍສະຫຼະຊີວິດຢູ່ສ.ເກົາຫຼີ ເປັນ 9 ເທື່ອລຽນຕິດນັບແຕ່ປີ 2014 ຫາ 2022. ສ່ວນຄັ້ງນີ້ເປັນເທື່ອທີ 10 ທີ່ປະຕິບັດການມອບ-ຮັບ ໂດຍອີງຕາມຄວາມເຫັນເປັນເອກະພາບກັນລະຫວ່າງຈີນແລະສ.ເກົາຫຼີ. ໃນຕໍ່ໜ້າ, ສ.ເກົາຫຼີຈະສືບຕໍ່ມອບອັດຖິຂອງນັກຮົບອາສາສະໝັກປະຊາຊົນຈີນທີ່ຂຸດຄົ້ນໄດ້ຢູ່ສ.ເກົາຫຼີໃຫ້ຈີນຕື່ມອີກ.