ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 13.400 ຄົນ

2023-11-18 11:17:57 cri

    ຕອນຄ່ຳວັນທີ 17 ພະຈິກ 2023 ຕາມເວລາທ້ອງຖິ່ນ, ຫ້ອງການຖະແຫຼງຂ່າວກຸ່ມຮາມາສ ເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາເລັດສະຕິນກັບອິດສະຣາແອນຮອບນີ້ເປັນຕົ້ນມາ, ໄດ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດຫຼາຍກວ່າ 12.000 ຄົນ, ໃນນັ້ນມີເດັກນ້ອຍປະມານ 5.000 ຄົນ. ຜູ້ບາດເຈັບຢູ່ເຂດກາຊາມີຫຼາຍກວ່າ 30.000 ຄົນ, ໃນນັ້ນ 75% ຂຶ້ນໄປເປັນແມ່ຍິງ ແລະ ເດັກນ້ອຍ.

    ອີງຕາມຕົວເລກສະຖິຕິທີ່ກະຊວງສາທາລະນະສຸກປາແລັດສະຕິນເປີດເຜີຍໃນວັນທີ 17 ພະຈິກນີ້ໃຫ້ຮູ້ວ່າ: ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນມີປະຊາຊົນປາແລັດສະຕິນເສຍຊີວິດ 205 ຄົນ ແລະ ບາດເຈັບປະມານ 2.780 ຄົນ.

    ອີງຕາມຕົວເລກສະຖິຕິຂອງລັດຖະບານອິດສະຣາແອນສະແດງໃຫ້ເຫັນວ່າ: ອິດສະຣາແອນມີຜູ້ເສຍຊີວິດປະມານ 1.200 ຄົນ.

    ນັບມາຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຍ້ອນການປະທະກັນຮອບນີ້ລະຫວ່າງປາແລັດສະຕິນກັບອິດສະຣາແອນແມ່ນມີຫຼາຍກວ່າ 13.400 ຄົນ.