ອົງການຮ່ວມມືຊຽງໄຮ້ໄດ້ຮັບຄໍາຮ້ອງຂໍເຂົ້າເປັນສະມາຊິກຈາກຝ່າຍຕ່າງໆຢ່າງບໍ່ຢຸດຢັ້ງ

2023-11-18 14:19:09 CRI

 

   ສູນຄົ້ນຄວ້າອົງການຮ່ວມມືຊຽງໄຮ້ຈີນໄດ້ເຜີຍແຜ່ປຶ້ມປົກຟ້າອົງການຮ່ວມມືຊຽງໄຮ້ປະຈໍາປີ 2023 ເມື່ອວັນທີ 17 ພະຈິກນີ້ ໂດຍເນື້ອໃນປຶ້ມປົກຟ້າໄດ້ຊີ້ໃຫ້ເຫັນວ່າ: ສະພາບແວດລ້ອມພາຍນອກທີ່ສັບສົນຂ້ຽວຂາດໄດ້ນໍາເອົາກາລະໂອກາດ ກໍຄືສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນມາໃຫ້ແກ່ການພັດທະນາຂອງອົງ ການຮ່ວມມືຊຽງໄຮ້.


   ທ່ານ ຈ່າງໝິງ ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ຢືນຢັນວ່າ: ຜ່ານການພັດທະນາມາເປັນເວລາ 22 ປີ, ອົງການຮ່ວມມືຊຽງໄຮ້ໄດ້ຮັກສາທ່ວງທ່າຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ປອດໃສ ໂດຍມີປະເທດ ແລະ ອົງການຈັດຕັ້ງສາກົນສະແດງເຈດຈໍານົງທີ່ຫວັງຢາກເຂົ້າຮ່ວມ ຫຼື ດໍາເນີນການຮ່ວມມືກັບອົງການຮ່ວມມືຊຽງໄຮ້ຫຼາຍຂຶ້ນກວ່າເກົ່າ. ເດືອນກໍລະກົດປີນີ້, ອີຣານໄດ້ກາຍເປັນປະເທດສະມາຊິກຂອງອົງການຮ່ວມມືຊຽງໄຮ້ຢ່າງເປັນທາງການແລ້ວ, ຂະນະທີ່ເບລາຣຸດຊີມີຫວັງຈະເຂົ້າຮ່ວມອົງການຮ່ວມມືຊຽງໄຮ້ໃນປີໜ້າ. ພ້ອມດຽວກັນນີ້, ຖັນແຖວຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ້ກໍໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເຊັ່ນດຽວກັນ, ສັງເກດໄດ້ຈາກຄໍາຮ້ອງຂໍເຂົ້າເປັນສະມາຊິກຂອງວົງຄະນາຍາດອົງການຮ່ວມມືຊຽງໄຮ້ຈາກຝ່າຍຕ່າງໆໄດ້ຍື່ນໄປຮອດກອງເລຂາຢ່າງບໍ່ຢຸດຢັ້ງ.


   ທ່ານ ຈ່າງໝິງ ໃຫ້ຮູ້ຕື່ມວ່າ: ຕໍ່ໄປນີ້, ປະເທດສະມາຊິກຂອງອົງການຮ່ວມມືຊຽງໄຮ້ຈະປິ່ນອ້ອມວຽກງານກະກຽມຈັດກອງປະຊຸມສຸດຍອດໃນປີໜ້າ ແລະ ລົງເລິກການຄົ້ນຄວ້າບັນຫາກ່ຽວກັບການປັບປຸງກົນໄກຂອງອົງການຕົນໃຫ້ສົມບູນຂຶ້ນ.