ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນໃນຮອບນີ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼ່າຍກວ່າ 13.700 ຄົນ

2023-11-19 15:09:51 cri

ຕອນບ່າຍວັນທີ 18 ພະຈິກນີ້ຕາມເວລາທ້ອງຖິ່ນ, ຫ້ອງການຖະແຫຼງຂ່າວກຸ່ມຮາມັສເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ໃນວັນທີ 7 ຕຸລາປີນີ້ເປັນຕົ້ນມາ ໄດ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດຫຼາຍກວ່າ 12.300 ຄົນ, ໃນນັ້ນເດັກນ້ອຍຫຼາຍກວ່າ 5.000 ຄົນ ແລະ ແມ່ຍິງຫຼາຍກວ່າ 3.300 ຄົນ. ຜູ້ບາດເຈັບຢູ່ເຂດກາຊາມີຫຼາຍກວ່າ 30.000 ຄົນ ເຊິ່ງ 75% ຂຶ້ນໄປເປັນແມ່ຍິງ ແລະ ເດັກນ້ອຍ.

ກະຊວງສາທາລະນະສຸກປາແລັດສະຕິນແຈ້ງໃຫ້ຮູ້ໃນວັນທີ 18 ພະຈິກນີ້ວ່າ: ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນມີຜູ້ເສຍຊີວິດ 212 ຄົນ ແລະ ບາດເຈັບຫຼາຍກວ່າ 2.800 ຄົນ.

ຕົວເລກສະຖິຕິຈາກລັດຖະບານອິດສະຣາແອນເປີດເຜີຍໃຫ້ຮູ້ວ່າ: ຝ່າຍອິດສະຣາແອນມີຜູ້ເສຍຊີວິດປະມານ 1.200 ຄົນ.

ອີງຕົວເລກສະຖິຕິໃນປັດຈຸບັນ, ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນໃນຮອບນີ້ໄດ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 13.700 ຄົນ.