ໜ່ວຍງານປະເມີນຂອງອົງການອະນາໄມໂລກລະບຸວ່າ: ສະພາບການຢູ່ໂຮງໝໍອານ-ຊີຟາຂອງເຂດກາຊາ “ເຮັດໃຫ້ຄົນໝົດຫວັງ”

2023-11-19 15:12:04 cri

ອົງການອະນາໄມໂລກໄດ້ລະບຸໃນຖະແຫຼງການສະບັບໜຶ່ງວ່າ: ວັນທີ 18 ພະຈິກນີ້, ໜ່ວຍງານປະເມີນດ້ານມະນຸດສະທຳທີ່ນຳພາໂດຍອົງການອະນາໄມໂລກໄດ້ເດີນທາງໄປໂຮງໝໍ

ອານ-ຊີຟາທີ່ເປັນໂຮງໝໍໃຫຍ່ທີ່ສຸດຢູ່ເຂດກາຊາ ເພື່ອປະເມີນສະຖານະການ.

ອົງການອະນາໄມໂລກລະບຸວ່າ: ຍ້ອນມີຄວາມສ່ຽງດ້ານຄວາມປອດໄພ, ໜ່ວຍງານດັ່ງກ່າວໄດ້ດຳເນີນວຽກງານຢູ່ໂຮງໝໍດັ່ງກ່າວເປັນເວລາພຽງແຕ່ໜຶ່ງຊົ່ວໂມງເທົ່ານັ້ນ ແລະ ກ່າວວ່າ: ສະພາບການຢູ່ໂຮງໝໍແຫ່ງນີ້  “ເຮັດໃຫ້ຄົນໝົດຫວັງ”.

ອົງການອະນາໄມໂລກແຈ້ງໃຫ້ຮູ້ຕື່ມວ່າ: ປັດຈຸບັນຍັງມີພະນັກງານການແພດ 25 ຄົນ ແລະ ຄົນເຈັບ 291 ຄົນຢູ່ໃນໂຮງໝໍດັ່ງກ່າວ. ມີຄົນເຈັບຫຼາຍຄົນໄດ້ເສຍຊີວິດໃນສອງສາມມື້ຜ່ານມາຍ້ອນການຍຸດຕິການບໍລິການປິ່ນປົວ.

ອົງການອະນາໄມໂລກລະບຸວ່າ: ໜ່ວຍງານປະເມີນຮຽກຮ້ອງໃຫ້ພະນັກງານການແພດ ແລະ ຄົນເຈັບຍ້າຍໄປໂຮງໝໍອື່ນ.