ເຮືອຫາປາລຳໜຶ່ງຂອງຈີນຫຼົ້ມຢູ່ເຂດທະເລກາໂກຊີມະຂອງຍີ່ປຸ່ນ

2023-11-19 16:42:04 CRI

ແຫຼ່ງຂ່າວຈາກສູນກູ້ໄພທາງທະເລຈີນ ແລະ ໜ່ວຍງານຮັກສາຄວາມປອດໄພທາງທະເລຂອງຍີ່ປຸ່ນ ຫຼື JCG ໃຫ້ຮູ້ວ່າ: ເວລາ 15:51 ໂມງຂອງວັນທີ 18 ພະຈິກນີ້ຕາມເວລາຍີ່ປຸ່ນ, ເຮືອຫາປາລຳໜຶ່ງຂອງຈີນໄດ້ເກີດອຸບັດເຫດຫຼົ້ມຢູ່ເຂທະເລຕາເວັນອອກ ທາງພາກຕາເວັນຕົກເກາະຊີໂມະ ໂກຊີກີຊີມະ ເມືອງຊາຊຸມາເຊນດາອິ ແຂວງກາໂກຊີມະປະເທດຍີ່ປຸ່ນ, ມີຊາວປະມົງ 26 ຄົນຕົກນ້ຳ, ໃນນັ້ນມີ 21 ຄົນໄດ້ຮັບການຊ່ວຍເຫຼືອຈາກເຮືອຫາປາຂອງຈີນທີ່ຢູ່ໃກ້, ອີກ 5 ຄົນຫາຍສາບສູນ.


ພາຍຫຼັງໄດ້ຮັບຂ່າວດັ່ງກ່າວແລ້ວ, ກົງສຸນຈີນປະຈຳຟູກູໂອກະກໍເປີດນຳໃຊ້ກົນໄກຮັບມືສຸກເສີນໃນທັນທີ ໂດຍໄດ້ສ້າງກົນໄກຕິດຕໍ່ພົວພັນກັບພາກສ່ວນທີ່ກ່ຽວຂ້ອງຂອງຍີ່ປຸ່ນ ແລະ ສູນກູ້ໄພທາງທະເລຈີນ ທັງເລັ່ງເຮັດວຽກທີ່ກ່ຽວຂ້ອງ.