ບໍລິສັດ SpaceX ຂອງອາເມຣິກາຢືນຢັນວ່າ ການບິນທົດລອງ “ເຮືອດາວ” ຄັ້ງທີ 2 ປະສົບຄວາມຫຼົມແຫຼວ

2023-11-19 15:36:33 cri

ວັນທີ 18 ພະຈິກນີ້ຕາມເວລາທ້ອງຖິ່ນ, ການບິນທົດລອງຈະຫຼວດ “ເຮືອດາວ”(Starship) ຂອງບໍລິສັດເຕັກນິກຄົ້ນຄວ້າອະວະກາດ ຫຼື SpaceX ຂອງອາເມຣິກາຖືກສົ່ງຂຶ້ນສູ່ອະວະກາດ. ແຕ່ບໍລິສັດດັ່ງກ່າວຢືນຢັນວ່າ: ສູນຄວບຄຸມພາລະກິດການບິນຂາດການຕິດຕໍ່ກັບ “ເຮືອດາວ” ພາຍຫຼັງໄດ້ສົ່ງຂຶ້ນສູ່ອະວະກາດພຽງແຕ່ບໍ່ເທົ່າໃດນາທີ ຈຶ່ງຈຳເປັນຕ້ອງເປີດນຳໃຊ້ລະບົບທຳລາຍຕົນເອງຂອງ “ເຮືອດາວ”.


ຫຼັງຈາກນັ້ນ, ສຳນັກງານການບິນອະວະກາດສະຫະລັດອາເມຣິກາ ຫຼື FAA ກໍຢືນຢັນວ່າ: ລະບົບຈະຫຼວດ “ເຮືອດາວ” ຂອງບໍລິສັດ SpaceX ເກີດອຸບັດເຫດ ໃນເວລາສົ່ງຂຶ້ນສູ່ອະວະກາດຢູ່ລັດເທັກຊາສ, ສະພາບຜິດປົກກະຕິເຮັດໃຫ້ຍານບິນຂາດການຕິດຕໍ່ກັບພາກພື້ນດິນ. ປັດຈຸບັນ, ຍັງບໍ່ມີການລາຍງານຂ່າວກ່ຽວກັບຜູ້ເສຍຊີວິດ ຫຼືບາດເຈັບ ແລະ ຄວາມເສຍຫາຍດ້ານຊັບສິນເທື່ອ.


ຕາມຂ່າວແຈ້ງວ່າ, ບໍລິສັດ SpaceX ເຄີຍດຳເນີນການທົດສອບຍິງຈະຫຼວດ “ເຮືອດາວ” ຄັ້ງທຳອິດໃນເດືອນເມສາປີນີ້, ແຕ່ຈະຫຼວດໄດ້ເກີດການລະເບີດພາຍຫຼັງຖືກສົ່ງຂຶ້ນສູ່ອະວະກາດເປັນເວລາ 4 ນາທີ.