ຄະນະລັດຖະບານອິດສະຣາແອນຮັບເອົາສັນຍາຢຸດຍິງຊົ່ວຄາວກັບກຸ່ມຮາມາດສ

2023-11-22 14:22:38 CRI

 

ວັນທີ 22 ພະຈິກນີ້, ໜັງສືພິມ“ເຢລູຊາເລັມໂພສ໌” ແລະໜັງສືພິມ “ອິດສະຣາແອມທາມສ” ໄດ້ອີງຕາມແຫຼ່ງຂ່າວຈາກລັດຖະບານອິດສະຣາແອນມາລາຍງານວ່າ: ເວລາຕອນຂ້ອນແຈ້ງຂອງວັນທີ 22 ພະຈິກນີ້ຕາມເວລາທ້ອງຖິ່ນ, ຄະນະລັດຖະບານອິດສະຣາແອນໄດ້ລົງຄະແນນສຽງຮັບຮອງສັນຍາຢຸດຍິງຊົ່ວຄາວກັບຂະບວນການຕໍ່ຕ້ານອິດສະລາມິກຂອງປາແລັດສະຕິນຫຼືຮາມາດສ.

 

ອີງຕາມເນື້ອໃນສັນຍາທີ່ເປີດເຜີຍໂດຍລັດຖະບານອິດສະຣາແອນ, ເວລາຢຸດຍິງໄລຍະທຳອິດແມ່ນ 4 ວັນ. ໃນໄລຍະ 4 ວັນນີ້, ກຸ່ມຮາມາດສຈະປ່ອຍຕົວແມ່ຍິງແລະເດັກນ້ອຍຂອງອິດສະຣາແອນທີ່ຖືກຈັບເປັນຕົວປະກັນງວດທຳອິດຈຳນວນ 50ຄົນງວດທຳອິດ, ແຕ່ລະມື້ຈະປ່່ອຍຕົວ 12 ຫາ 13 ຄົນ. ສ່ວນອິດສະຣາແອນປ່ອຍແມ່ຍິງແລະເດັກນ້ອຍຂອງປາແລັດສະຕິນທີ່ຖືກຈັບປະມານ 150 ຄົນ. ໄລຍະຢຸດຍິງເປັນເວລາ 4 ວັນແມ່ນສາມາດແກ່ຍາວເວລາໄດ້, ຖ້າວ່າກຸ່ມຮາມາດສປ່ອຍຕົວຄົນອິດສະຣາແອນທີ່ຖືກຈັບເປັນຕົວປະກັນເພີ່ມອີກ 10 ຄົນ, ໄລຍະຢຸດຍິງຈະສາມາດແກ່ຍາວເວລາອອກໄປໄດ້ອີກ 1 ວັນ, ຫຼາຍທີ່ສຸດແມ່ນສາມາດແກ່ຍາວເວລາໄດ້ 4 ວັນ. ສັນຍາຢຸດຍິງຊົ່ວຄາວຄາດວ່າຈະເລີ່ມມີຜົນສັກສິດນັບແຕ່ວັນທີ 23 ພະຈິກນີ້ເປັນຕົ້ນໄປ.