ອິດສະຣາແອນຫຼອນໂຈມຕີເຂດອ້ອມແອ້ມບໍລິເວນນະຄອນຫຼວງຂອງຊີຣີດ້ວຍລູກສອນໄຟນຳວິຖີ

2023-11-23 13:00:17 CRI

 

ວັນທີ 22 ພະຈິກນີ້, ເຈົ້າໜ້າທີ່ກອງທັບຣີໄດ້ອອກຖະແຫຼງການວ່າ: ໃນຕອນບ່າຍມື້ດຽວກັນອິດສະຣາແອນໄດ້ໂຈມຕີເຂດອ້ອມແອ້ມບໍລິເວນນະຄອນຫຼວງດາມັສກັດຂອງຊີຣີດ້ວຍລູກສອນໄຟນຳວິຖີ.

 

ຖະແຫຼງການລະບຸວ່າ: ໃນເວລາປະມານ 15 ໂມງ 15 ນາທີຂອງວັນທີ 22 ພະຈິກນີ້, ອິດສະຣາແອນໄດ້ໃຊ້ລູກສອນໄຟນຳວິຖີ 2 ລູກຍິງຈາກພູພຽງໂກລານທີ່ຕົນເອງຍຶດຄອງຫຼອນໂຈມຕີເຂດຈຳນວນໜຶ່ງອ້ອມແອ້ມບໍລິເວນນະຄອນຫຼວງດາມັສກັດ. ລະບົບປ້ອງກັນໄພທາງອາກາດຂອງຊີຣີໄດ້ດັກສະກັດແລະຍິງລູກສອນໄຟນຳວິຖີຕົກ 1 ລູກ. ການຫຼອນໂຈມຕີຄັ້ງນີ້ເຮັດໃຫ້ສິ່ງກໍ່ສ້າງຈຳນວນໜຶ່ງ ເພພັງ. ຖະແຫຼງການບໍ່ໄດ້ລະບຸກ່ຽວກັບສະພາບການເສຍຊີວິດແລະບາດເຈັບຂອງບຸກຄົນ.