ຈີນ ແລະສ.ເກົາຫຼີມອບ-ຮັບອັດຖິທະຫານອາສາສະໝັກປະຊາຊົນຈີນທີ່ເສຍຊີວິດໃນປາງສົງຄາມຢູ່ສ.ເກົາຫຼີຊຸດທີ 10

2023-11-23 14:16:27 cri

ອີງຕາມຄວາມເຫັນເປັນເອກະພາບກັນລະຫວ່າງຈີນ ແລະສ.ເກົາຫຼີ, ປີນີ້ໄດ້ສືບຕໍ່ຈັດພິທີມອບ-ຮັບອັດຖິທະຫານອາສາສະໝັກປະຊາຊົນຈີນທີ່ເສຍຊີວິດໃນປາງສົງຄາມຢູ່ສ.ເກົາຫຼີ. ໃນຕອນເຊົ້າວັນທີ 23 ພະຈິກນີ້, ຢູ່ສະໜາມບິນສາກົນອິນຊອນສ.ເກົາຫຼີ, ຈີນ ແລະສ.ເກົາຫຼີຮ່ວມກັນຈັດພິທີມອບ-ຮັບອັດຖິທະຫານອາສາສະໝັກປະຊາຊົນຈີນທີ່ເສຍຊີວິດໃນປາງສົງຄາມຢູ່ສ.ເກົາຫຼີ.

 

ຜູ້ຕາງໜ້າສອງຝ່າຍໄດ້ລົງນາມໃນເອກະສານມອບ-ຮັບ, ຢືນຢັນມອບ-ຮັບອັດຖິ ແລະວັດຖຸສິ່ງຂອງທະຫານອາສາສະໝັກປະຊາຊົນຈີນທີ່ເສຍຊີວິດໃນປາງສົງຄາມຢູ່ສ.ເກົາຫຼີຈຳນວນ 25 ທ່ານ. ທ່ານສິງໄຫມິງ ເອກອັກຄະລັດຖະທູດຈີນປະຈຳສ.ເກົາຫຼີໄດ້ເອົາທຸງຊາດຈີນປົກຫີບສົບຂອງທະຫານອາສາສະໝັກປະຊາຊົນຈີນທີ່ເສຍຊີວິດເພື່ອຊາດ, ຈີນໄດ້ຈັດພິທີໄວ້ອາໄລ, ທະຫານກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນໄດ້ນຳເອົາຫີບສົບຂຶ້ນຍົນພິເສດຂອງກອງທັບອາກາດ, ຜູ້ເສຍສະຫຼະຊີວິດເພື່ອຊາດຈີນຈະກັບຄືນສູ່ອ້ອມກອດຂອງປະເທດຊາດ ແລະປະຊາຊົນຈີນ.