ພິທີເອົາໄຟສັກສິດງານກິລາໂອລິມປິກປາຣີຈະຈັດຂຶ້ນຢູ່ນະຄອນຫຼວງອາແຕນປະເທດເກຣັກໃນເດືອນເມສາປີ 2024

2023-11-24 16:38:40 cri

 

ວັນທີ 22 ພະຈິກນີ້, ຄະນະກຳມະການໂອລິມປິກເກຣັກໄດ້ແຈ້ງໃຫ້ຮູ້ຢູ່ນະຄອນຫຼວງອາແຕນວ່າ: ພິທີເອົາໄຟສັກສິດງານກິລາໂອລິມປິກປາຣີປີ 2024 ຈະຈັດຂຶ້ນຢູ່ເມືອງໂອລິມເປຍບູຮານຂອງແຫຼມເປໂລປົນເນສັສປະເທດເກຣັກໃນວັນທີ 16 ເມສາປີ 2024, ແລ້ວຈະແລ່ນສົ່ງຕໍ່ທວນໄຟຢູ່ພາຍໃນປະເທດເກຣັກ.

 

ມາຮອດວັນທີ 26 ເມສາ 2024, ທ່ານສະໄປໂຣສ ກາພຣາໂລສ ປະທານຄະນະກຳມະການໂອລິມປິກເກຣັກຈະສົ່ງມອບໄຟສັກສິດງານກິລາໂອລິມປິກໃຫ້ແກ່ຄະນະກຳມະການຈັດງານກິລາໂອລິມປິກປາຣີເຊິ່ງພິທີມອບ-ຮັບຈະຈັດຂຶ້ນຢູ່ສະໜາມກິລາພານາທິໄນໂກຂອງເກຣັກ. ຈາກນັ້ນວັນທີ 8 ພຶດສະພາ 2024, ໄຟສັກສິດງານກິລາໂອລິມປິກຈະຂ້າມຜ່ານທະເລເມດິເຕີຣາເນ ແລະມາຮອດທ່າກຳປັ່ນມາກໄຊຂອງຝຣັ່ງ, ເລີ່ມການແລ່ນສົ່ງຕໍ່ທວນໄຟພາຍໃນປະເທດຝຣັ່ງ ແລະຂ້າມຜ່ານທະເລເປັນເວລາຫຼາຍກວ່າ 2 ເດືອນ.