ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຊຸກຍູ້ການພັດທະນາເຄືອຂ່າຍສາຍສາຂາຂອງຂະບວນລົດໄຟຈີນ-ເອີຣົບ

2023-11-25 14:04:02 CRI


ວັນທີ 24 ພະຈິກນີ້, ເຈົ້າໜ້າທີ່ຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງລັດຈີນໃຫ້ຮູ້ວ່າ, ໃນອະນາຄົດ, ໃນຂະນະທີ່ພັດທະນາເສັ້ນທາງສາຍຫຼັກຂອງຂະບວນລົດໄຟຈີນ-ເອີຣົບໃຫ້ເຂັ້ມແຂງນັ້ນ, ຈະພັດທະນາເຄືອຂ່າຍສາຍສາຂາໄປພ້ອມກັນ, ເພື່ອສ້າງ “ລະບົບຂົນສົ່ງປະສົມສາຍຫຼັກກັບສາຍສາຂາ” ທີ່ປົກຄຸມຂອບເຂດຢ່າງກວ້າງຂວາງ ແລະ ມີປະສິດທິພາບສູງໃນການຂົນຖ່າຍສິນຄ້າ.


ປັດຈຸບັນ, ຂະບວນລົດໄຟຈີນ-ເອີຣົບໄດ້ເປີດ 81.000 ຖ້ຽວ, ສາມາດໄປຮອດ217 ຕົວເມືອງຂອງ 25 ປະເທດຢູ່ເອີຣົບ, ເຄືອຂ່າຍການຂົນສົ່ງໄດ້ປົກຄຸມທົ່ວທະວີບເອີຣົບ, ເຊິ່ງໄດ້ເປີດສະພາບການໃໝ່ແຫ່ງການຂົນສົ່ງສາຂົນຢູ່ອາຊີ-ເອີຣົບ, ສ້າງເວທີໃໝ່ແຫ່ງການຮ່ວມມືດ້ານເສດຖະກິດການຄ້າຢູ່ລຽບຕາມເສັ້ນທາງລົດໄຟ, ຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງສາກົນຢ່າງແຂງແຮງ, ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການພັດທະນາເສດຖະກິດຂອງໂລກ.