ຜູ້ຕາງໜ້າຈີນຮຽກຮ້ອງໃຫ້ຍີ່ປຸ່ນໃຫ້ຄວາມຮ່ວມມືຢ່າງຮອບດ້ານໃນການຮັບເອົາການຕິດຕາມກວດກາຢ່າງເຄັ່ງຄັດຈາກສາກົນ

2023-11-25 13:24:14 CRI

 

   ວັນທີ 24 ພະຈິກນີ້, ທ່ານ ຫຼີຊົ່ງ ຜູ້ຕາງໜ້າຈີນປະຈໍາອົງການພະລັງງານປະລະມານູສາກົນ ໄດ້ປະກອບຄໍາເຫັນໃນກອງປະຊຸມສະພາມົນຕີອົງການພະລັງງານປະລະມານູສາກົນປະຈໍາເດືອນພະຈິກ ໂດຍກ່າວຢໍ້າວ່າ: ຈີນເດັດດ່ຽວຄັດຄ້ານຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນີວເຄລຍຈາກໂຮງໄຟຟ້ານີວເຄລຍຟູກຸຊິມະລົງສູ່ທະເລ, ພ້ອມທັງຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງໃຫ້ຄວາມຮ່ວມມືຢ່າງຮອບດ້ານໃນການຮັບເອົາການຕິດຕາມກວດກາຢ່າງເຄັ່ງຄັດຈາກສາກົນ.


   ໃນໂອກາດນີ້, ທ່ານ ຫຼີຊົງ ຢືນຢັນວ່າ: ຍີ່ປຸ່ນບໍ່ເອົາຫົວຊານໍາການລະແວງສົງໄສໂດຍທົ່ວໄປຈາກປະຊາຄົມໂລກ ກໍຄືສຽງຄັດຄ້ານຢ່າງຮຸນແຮງຈາກປະເທດທີ່ກ່ຽວຂ້ອງ, ໂດຍໄດ້ດື້ດ້ານປະຕິບັດ ແລະ ຊຸກຍູ້ແຜນການລະບາຍນ້ຳປົນເປື້ອນ ລັງສີນີວເຄລຍຈາກໂຮງໄຟຟ້ານີວເຄລຍຟູກຸຊິມະລົງສູ່ທະເລຢ່າງບໍ່ຢຸດຢັ້ງ. ການລະບາຍນ້ຳປົນເປື້ອນລັງສີນີວເຄລຍຈາກໂຮງໄຟຟ້ານີວເຄລຍຟູກຸຊິມະລົງສູ່ທະເລບໍ່ແມ່ນເລື່ອງສ່ວນຕົວຂອງຍູ່ປຸ່ນພຽງລໍາພັງແຕ່ຝ່າຍດຽວເທົ່ານັ້ນ, ແຕ່ຫາກແມ່ນບັນຫາຄວາມໝັ້ນຄົງດ້ານນີວເຄລຍທີ່ສໍາຄັນ ເຊິ່ງກ່ຽວຂ້ອງກັບສຸຂະພາບຂອງມວນມະນຸດ, ສິ່ງແວດລ້ອມທະເລທົ່ວໂລກກໍຄືຜົນປະໂຫຍດສາທາລະນະສາກົນ. ຈີນເດັດດ່ຽວຄັດຄ້ານຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ, ຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງຍຸດຕິແຜນການດັ່ງກ່າວ. ຍີ່ປຸ່ນຄວນປະຕິບັດຕໍ່ຄວາມເປັນຫ່ວງທີ່ສົມເຫດສົມຜົນຂອງທັງພາຍໃນແລະຕ່າງປະເທດຢ່າງເຄັ່ງຂຶມ, ແກ້ໄຂບັນຫານ້ຳປົນເປື້ອນລັງສີນີວເຄລຍຟູກຸຊິມະຢ່າງຖືກຕ້ອງດ້ວຍທ່າທີທີ່ມີຄວາມຮັບຜິດຊອບ ແລະ ສ້າງສັນ.