ປະທານາທິບໍດີອູຣູກວາຍ: ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມືຈີນ-ອູຣູກວາຍ

2023-11-25 15:36:30 CRI


    ໃນຫຼາຍປີຜ່ານມາ, ຈີນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງອູຣູກວາຍ, ສິນຄ້າສົ່ງອອກປະມານ 30% ຂອງອູຣູກວາຍແມ່ນສົ່ງໄປປະເທດຈີນ. ຫວ່າງບໍ່ດົນມານີ້, ທ່ານລູອິສ ລາຄາເລ ໂປອູ ປະທານາທິບໍດີອູຣູກວາຍໃຫ້ສຳພາດຕໍ່ນັກຂ່າວວ່າ: ເມື່ອເບິ່ງຈາກມູມມອງຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລ້ວເຫັນວ່າ ອູຣູກວາຍເປັນໜຶ່ງໃນຄູ່ຮ່ວມມືຍຸດທະສາດດີທີ່ສຸດຂອງຈີນ, ບໍ່ວ່າໃນດ້ານທີ່ຕັ້ງດພູມສາດ ຫຼື ຂະໜາດປະຊາກອນລ້ວນແຕ່ມີທ່າແຮງພິເສດ. ຈີນສະແຫວງຫາສິ່ງຮັບປະກັນທີ່ໝັ້ນທ່ຽງໃນດ້ານຄວາມໝັ້ນຄົງດ້ານສິນຄ້າ ແລະ ອາຫານ, ອູຣູກວາຍສາມາດສະໜອງຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ເປັນມິດກັບສິ່ງແວດລ້ອມ, ສອງຝ່າຍມີລັກສະນະຊ່ວຍຊູຍູ້ໜູນກັນໃນລະດັບສູງ. ດັ່ງນັ້ນ, ສິ່ງນີ້ເປັນໂອກາດສຳຄັນສຳລັບທັງສອງຝ່າຍ. ຂ້າພະເຈົ້າເຊື່ອໝັ້ນວ່າ, ບໍ່ວ່າປະຊາຊົນ ຫຼື ບຸກຄົນໃນວົງການການເມືອງຂອງອູຣູກວາຍ ມີຄວາມເຫັນເປັນເອກະພາບກັນວ່າ ຄວນລົງເລິກການຮ່ວມມືກັບຈີນ. ລັດຖະບານຈີນພວມຊຸກຍູ້ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ພວກເຮົາຫວັງວ່າຈະຊອກຫາໂອກາດຮ່ວມມືກັບຈີນໃນດ້ານນີ້.