ເວທີເປິກສາຫາລືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການບໍລິຫານໂລກຄັ້ງທີ 7 ຈັດຂຶ້ນຢູ່ນະຄອນຊຽງໄຮ້

2023-11-25 13:19:11 CRI

 

   ວັນທີ 24 ພະຈິກນີ້, ເວທີເປິກສາຫາລືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການບໍລິຫານໂລກຄັ້ງທີ 7 ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້ ສປ ຈີນ. ເວທີເປິກສາຫາລືຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ບົດຮຽນໃນຮອບ 10 ປີຜ່ານມາ ກັບ ສິ່ງທ້າທາຍໃໝ່ ຂອງໜຶ່ງແລວໜຶ່ງເສັ້ນທາງ” ໂດຍມີຜູ້ຊ່ຽວຊານ ແລະ ນັກວິຊາການຈາກວົງການການເມືອງ, ການຄ້າ ແລະ ການສຶກສາໃນຂົງເຂດທີ່ກ່ຽວຂ້ອງກັບ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການບໍລິຫານໂລກເກືອບ 200 ຄົນໄດ້ເຂົ້າຮ່ວມເວທີເປິກສາຫາລືເພື່ອທົບທວນຄືນຜົນສໍາເລັດຄັ້ງປະຫວັດສາດໃນຮອບ 10 ຜ່ານມາ, ສະຫຼຸບບົດຮຽນທີ່ປະສົບຜົນສໍາເລັດ ເພື່ອຮ່ວມກັນເປິກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍທີ່ການບໍລິຫານໂລກປະເຊີນໜ້າພາຍໃຕ້ສະພາບການໃໝ່.


   ເວທີເປິກສາຫາລືຄັ້ງນີ້ໄດ້ຈັດກອງປະຊຸມສໍາມະນາລະຫວ່າງຜູ້ຊ່ຽວຊານ 3 ຄັ້ງ, ໂດຍຈະເປິກສາຫາລືກ່ຽວກັບບັນຫາຈຸດສຸມ ແລະ ບັນຫາຄວາມຫຍຸ້ງຍາກໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຈາກມູມມອງການເມືອງ, ເສດຖະກິດ ແລະ ວັດທະນະທໍາ. ນອກນີ້, ຜູ້ຊ່ຽວຊານ, ນັກວິຊາການ ແລະ ນັກທຸລະກິດຈາກຂົງເຂດຕ່າງໆທີ່ມາຈາກ 30 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຍັງໄດ້ທົບທວນຄືນຜົນສໍາເລັດດີເດັ່ນຕ່າງໆຂອງ “ໜຶ່ງແລວໜຶ່ງເສັ້ນທາງ”, ພ້ອມທັງໄດ້ແລກປ່ຽນ ແລະ ສະຫຼຸບບົດຮຽນຢ່າງເຕັມສ່ວນ ເພື່ອບຸກເບີກທິດທາງໃໝ່, ວິໄສທັດໃໝ່ ແລະ ຄົ້ນຫາແຮງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.