ຈີນຊຸກຍູ້ໃຫ້ປະເທດສະມາຊິກອົງການພະລັງງານປະລະມານູສາກົນລົງເລິກເປິກສາຫາລືກ່ຽວກັບບັນຫາການຮ່ວມມືດ້ານເຮືອດຳນ້ຳນິວເຄລຍລະຫວ່າງອາເມຣິກາ-ອັງກິດ-ອົດສະຕຣາລີ

2023-11-25 12:31:52 CRI

ກອງປະຊຸມສະພາມົນຕີປະຈຳເດືອນພະຈິກຂອງອົງການພະລັງງານປະລະມານູສາກົນ ຫຼື IAEAພວມຈັດຂຶ້ນຢູ່ນະຄອນຫຼວງວຽນປະເທດໂອຕຣິສ. ອີງຕາມຈຸດຢືນຂອງຈີນ, ບັນຫາການຮ່ວມມືດ້ານເຮືອດຳນ້ຳນິວເຄຣຍລະຫວ່າງອາເມຣິກາ-ອັງກິດ- ອົດສະຕຣາລີໄດ້ຖືກຈັດເຂົ້າໃນວາລະປະຊຸມຂອງສະພາດັ່ງກາວຢ່າງເປັນທາງການເປັນຄັ້ງທີ 11. ວັນທີ 24 ພະຈິກນີ້, ທ່ານຫຼີຊົ່ງ ເອກອັກຄະລັດຖະທູດຈີນປະຈຳອົງການ ພະລັງງານປະລະມານູສາກົນໄດ້ກ່າວຄຳປາໄສໃນການເປິກສາຫາລືຕາມຫົວຂໍ້ສະເພາະ, ໂດຍໄດ້ບັນລະຍາຍຫຼັກໝັ້ນ ແລະ ຈຸດຢືນຂອງຈີນຢ່າງຮອບດ້ານ.

 

ທ່ານຫຼີຊົ່ງກ່າວວ່າ, ການຮ່ວມມືດ້ານເຮືອດຳນ້ຳນິວເຄລຍລະຫວ່າງອາເມຣິກາ-ອັງກິດ- ອົດສະຕຣາລີໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຄວາມໝັ້ນຄົງຂອງທົ່ວໂລກ ໂດຍສະເພາະແມ່ນພາກພື້ນອາຊີປາຊີຟິກ, ມັນໄດ້ລື່ນກາຍຂອບເຂດຂອງການແຜ່ຜາຍນິວເຄລຍ, ສ້າງສິ່ງທ້າທາຍອັນຮ້າຍແຮງຕໍ່ກົນໄກບໍ່ແຜ່ຜາຍນິວ ເຄລຍສາກົນ, ລະບົບຮັບປະກັນ ແລະ ຕິດຕາມກວດກາຮອບດ້ານຂອງອົງການ IAEA, ການຮ່ວມມືແບບນີ້ໄດ້ລະເມີດຈຸດປະສົງ ແລະ ເປົ້າໝາຍຂອງ “ສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄລຍ”. ການຮ່ວມມືດ້ານເຮືອດຳນ້ຳນິວເຄລຍລະຫວ່າງ 3 ປະເທດດັ່ງກ່າວແມ່ນພົວພັນເຖິງບັນຫາການເມືອງ ຄວາມໝັ້ນຄົງ ກົດໝາຍ ແລະ ເຕັກໂນໂລຊີຢ່າງສັບສົນ, ເປັນຂົງເຂດໃໝ່ ແລະ ພຶດຕິກຳໃໝ່ສຳລັບລະບົບຮັບປະກັນ ແລະ ຕິດຕາມກວດກາຂອງອົງການ IAEA, ໄດ້ບຸກເບີກຕົວແບບທີ່ສຳຄັນ, ມີຜົນສະທ້ອນທີ່ສຳຄັນຕໍ່ການປັບປຸງ ແລະ ການພັດທະນາຂອງລະບົບຮັບປະກັນ ແລະ ຕິດຕາມກວດກາ. ປະເທດສະມາຊິກທັງຫຼາຍຕ້ອງປະຕິບັດຢ່າງສຸຂຸມຮອບຄອບ, ລົງເລິກພິຈາລະນາ ແລະ ແກ້ໄຂຢ່າງເໝາະສົມ.