ກຸ່ມຮາມາດສແລະອິດສະຣາແອນຈະປ່ອຍຕົວປະກັນງວດທີ 2

2023-11-26 14:18:51 CRI

 

ຕ່ອນຄ່ຳວັນທີ 25 ພະຈິກນີ້, ຂະບວນການຕໍ່ຕ້ານອິດສະລາມິກ ຂອງປາແລັດສະຕິນຫຼືຮາມາດສແຈ້ງໃຫ້ຮູ້ວ່າ: ກຸ່ມຮາມາດສຈະປ່ອຍຕົວປະກັນທີ່ ເປັນຄົນອິດ ສະຣາແອນ 13 ຄົນແລະຄົນຕ່າງປະເທດ 4 ຄົນໃນມື້ດຽວກັນ, ໂດຍໄດ້ຈະມອບໃຫ້ຄະນະກຳມະການສະພາກາແດງສາກົນ.

 

ຕາມການລາຍງານຂ່າວຈາກສະຖານີໂທລະພາບປາແລັດສະຕິນໃນວັນທີ 26 ພະຈິກນີ້ໃຫ້ຮູ້ວ່າ: ລົດບັັດທີ່ບັນທຸກຄົນປາແລັດສະຕິນທີ່ຖືກຈັບໄດ້ຮັບການ ປ່ອຍອອກຈາກຄຸກໂອເຟີຂອງອິດສະຣາແອນທີ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນໃນຕອນຮຸ່ງເຊົ້າມື້ດຽວກັນ. ຕາມລາຍຊື່ທີ່ເປີດເຜີຍໂດຍ ຄະນະກຳມະການວຽກງານຕົວປະກັນແຫ່ງປາແລັດສະຕິນສະແດງໃຫ້ເຫັນວ່າ: ມີຄົນປາແລັດສະຕິນ 39 ຄົນຖືກປ່ອຍຕົວ, ສ່ວນຫຼາຍມາຈາກເຂດ ຝັ່ງຕາເວັນຕົກແມ່ນ້ຳຈໍແດນແລະເຢລູຊາເລັມຕາເວັນອອກ.