ຈີນຊ່ວຍເຫຼືອປະເທດຫຼາຍກວ່າເກົ່າຊົມໃຊ້ຜົນປະໂຫຍດດ້ານການຄ້າດີຈີຕອນ

2023-11-27 15:23:48 cri


    ໃນເວລາໃຫ້ສຳພາດຕໍ່ນັກຂ່າວຢູ່ງານວາງສະແດງການຄ້າດີຈີຕອນທົ່ວໂລກຄັ້ງທີ 2 ໃນຫວ່າງມໍ່ໆມານີ້, ທ່ານນາງ ແອນນາ ຈູບິນ ເບຣດ ເລຂາທິການໃຫຍ່ຄະນະກຳມະການກົດໝາຍວ່າດ້ວຍການຄ້າສາກົນອົງການສະຫະປະຊາຊາດກ່າວວ່າ, ຈີນຕັ້ງໜ້າເຂົ້າຮ່ວມການສ້າງ ແລະ ປົກປັກຮັກສາລະບົບຫຼາຍຝ່າຍດ້ານເສດຖະກິດດີຈີຕອນທົ່ວໂລກ, ເຮັດໃຫ້ປະເທດຫຼາຍກວ່າເກົ່າສາມາດຊົມໃຊ້ຜົນປະໂຫຍດດ້ານການຄ້າດີຈີຕອນ.

    ທ່ານນາງ ແອນນາ ຈູບິນ ເບຣດ ເຫັນວ່າ: ຈີນໄດ້ນຳໃຊ້ເຕັກນິກດີຈີຕອນເຂົ້າໃນການຄ້າຢ່າງກວ້າງຂວາງ, ສຳລັບດ້ານເຕັກນິກຂອງຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລ້ວ, ຈີນໄດ້ສ້າງເວທີ “ການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝ” ແລະ ຊຸກຍູ້ການສ້າງ “ເສັ້ນທາງສາຍໄໝດີຈີຕອນ”, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນຂອງຂົງເຂດການຄ້າດີຈີຕອນ.

    ທ່ານນາງ ແອນນາ ຈູບິນ ເບຣດ ກ່າວຕື່ມວ່າ, ການສ້າງ ແລະ ປົກປັກຮັກສາລະບົບຫຼາຍຝ່າຍດ້ານເສດຖະກິດດີຈີຕອນທົ່ວໂລກ ເພື່ອຊຸກຍູ້ການປະຕິບັດຕາມກົດໝາຍຕື່ມອີກ ແລະ ບັນລຸຄວາມຈະເລີນຮຸ່ງເຮືອງພ້ອມກັນ ແມ່ນຕັດແຍກອອກຈາກຄວາມພະຍາຍາມຮ່ວມຂອງບັນດາປະເທດບໍ່ໄດ້. ເລື່ອງນີ້ຕ້ອງການບັນດາຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງເຂົ້າຮ່ວມການເຈລະຈາ, ຮ່ວມກັນວາງມາດຕະຖານທົ່ວໂລກທີ່ຊຸກຍູ້ການຄ້າດີຈີຕອນ.