ຈຳນວນປະຊາກອນທີ່ເກີດໃໝ່ຂອງຍີ່ປຸ່ນອາດຈະສ້າງຕົວເລກສະຕິຖິຕ່ຳສຸດໃໝ່ໃນຮອບ 8 ປີ

2023-11-27 17:19:29 CRI

    ຫວ່າງມໍ່ໆມານີ້, ສື່ມວນຊົນຍີ່ປຸ່ນລາຍງານວ່າ: ຕາມການຄາດຄະເນ, ຈຳນວນປະຊາກອນຍີ່ປຸ່ນທີ່ເກີດໃໝ່ໃນປີ 2023 ມີປະມານ 7 ແສນຄົນເທົ່ານັ້ນ, ຫຼຸດລົງ 5,5% ເມື່ອທຽບໃສ່ປີ 2022, ຈະສ້າງຕົວເລກສະຕິຖິຕ່ຳສຸດໃໝ່ໃນຮອບ 8 ປີ. ປະຊາຊົນຍີ່ປຸ່ນຮູ້ສຶກບໍ່ມີຄວາມໝັ້ນຄົງຕໍ່ອະນາຄົດຢ່າງໜັກໜ່ວງ ເຮັດໃຫ້ຈຳນວນຄົນທີ່ແຕ່ງດວງມີໜ້ອຍ.



     ພາຍໃຕ້ເບື້ອງຫຼັງທີ່ຈັງຫວະການເຕີບໂຕດ້ານເສດຖະກິດມີລະດັບຕ່ຳລົງຢ່າງຕໍ່ເນື່ອງ, ປະຊາຊົນຍີ່ປຸ່ນບໍ່ມີຄວາມປາດຖະໜາຢາກເກີດລູກ. ຖ້າປະຊາກອນຜູ້ອອກແຮງງານທີ່ເປັນກຳລັງແຮງຊຸກຍູ້ໃຫ້ສັງຄົມພັດທະນາຫຼຼຸດໜ້ອຍລົງ, ຈັງຫວະການເຕີບໂຕຂອງປະຊາກອນຟື້ນຟູຄືນບໍ່ໄດ້ ອາດຈະເຮັດໃຫ້ຍີ່ປຸ່ນຕົກຢູ່ໃນຮອບວຽນທີ່ຮ້າຍແຮງ.