ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ,ຍີ່ປຸ່ນ ແລະ ສ.ເກົາຫຼີຄັ້ງທີ 10 ຢູ່ປູຊານຂອງສ.ເກົາຫຼີ

2023-11-27 12:09:06 CRI

    ວັນທີ 26 ພະຈິກນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານປັກຈິນ ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ ແລະ ທ່ານນາງໂຢໂກ ກາມິກາວາ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົຕີການຕ່າງປະເທດຈີນ,ຍີ່ປຸ່ນ ແລະ ສ.ເກົາຫຼີຄັ້ງທີ 10 ທີ່ຈັດຂຶ້ນຢູ່ນະຄອນປູຊານຂອງສ.ເກົາຫຼີ.



     ໃນກອງປະຊຸມ, ທ່ານວາງຢີ້ກ່າວວ່າ: ສາມປະເທດຕ້ອງຍຶດໝັ້ນໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຈັດການເຈລະຈາສັນຍາການຄ້າເສລີຈີນ-ຍີ່ປຸ່ນ-ສ.ເກົາຫຼີຄືນໃໝ່ໂດຍໄວ, ຮັກສາທ່ວງທ່າກ່ຽວກັບເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ, ປະກອບສ່ວນເພື່ອບັນລຸເປົ້າໝາຍຮ່ວມທີ່ສ້າງຕັ້ງເຂດການຄ້າເສລີອາຊີ-ປາຊິຟິກ. ຕ້ອງຍຶດໝັ້ນໃຫ້ພັດທະນາຮ່ວມກັນ, ປະຕິບັດໂຄງການຮ່ວມມື “ຈີນ-ຍີ່ປຸ່ນ-ສ.ເກົາຫຼີ+X” ຫຼາຍກວ່າເກົ່າກັບປະເທດ ແລະ ເຂດແຄວ້ນໃກ້ຄຽງທີ່ມີຄວາມຕ້ອງການ ໂດຍຖືເອົາຫຼັກການສະໝັກໃຈ, ສະເໝີພາບ, ເປີດປະຕູ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ປອດໃສ ແລະ ແບບຍືນຍົງ, ຊຸກຍູ້ເຂດໃນ ແລະ ນອກພາກພື້ນໃຫ້ມີການພັດທະນາແບບຍືນຍົງຮ່ວມກັນ.


     ທ່ານປັກຈິນ ແລະ ທ່ານນາງໂຢໂກ ກາມິກາວາໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການຮ່ວມມືຈີນ,ຍີ່ປຸ່ນ ແລະ ສ.ເກົາຫຼີໄດ້ຮັບຄວາມຄືບໜ້າ ແລະ ເຫັນວ່າ: ໂດຍຜະເຊີນໜ້າກັບສະພາບການໃໝ່, ສາມປະເທດຄວນຫວນຄືນຈຸດປະສົງເລີ່ມຕົ້ນຄືນໃໝ່, ເພີ່ມທະວີການແລກປ່ຽນ,ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເພື່ອສ້າງຜົນປະໂຫຍດທີ່ເຫັນໄດ້ຢ່າງປະຈັກຕາໃຫ້ແກ່ປະຊາຊົນສາມປະເທດຫຼາຍກວ່າເກົ່າ.


    ສາມຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນຕໍ່ບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈນຳກັນ. ທ່ານວາງຢີ້ຊີ້ອອກວ່າ: ໃນຖານະທີ່ເປັນປະເທດສຳຄັນຂອງພາກພື້ນອາຊີ-ປາຊິຟິກ, ຈີນ ຍີ່ປຸ່ນ ແລະສ.ເກົາຫຼີໄດ້ຜະເຊີນໜ້າກັບສະພາບການສາກົນທີ່ສັບສົນ ແລະ ຜັນແປຢູ່ເລື້ອຍໆ, ຄວນຖືເອົາການພັດທະນາໂດຍສັນຕິຂອງອາຊີ-ປາຊິຟິກແລະ ຜົນປະໂຫຍດຂອງປະຊາຊົນໃນພາກພື້ນເປັນພື້ນຖານ, ລົງເລິກການຮ່ວມມືໃນພາກພື້ນ, ພ້ອມກັນຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍ, ຮັກສາພາກພື້ນໃຫ້ມີສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.