ທ່ານວາງຢີ້ຈະເປັນປະທານກອງປະຊຸມລະດັບສູງກ່ຽວກັບບັນຫາປາແລັດສະຕີນ-ອິດສະຣາແອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ

2023-11-28 12:03:22 cri


    ວັນທີ 27 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຂໍໃຫ້ທ່ານໂຄສົກແນະນຳໃຫ້ຮູ້ຕື່ມອີກວ່າ, ເປັນຫຍັງທ່ານວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຄືຈະເປັນປະທານກອງປະຊຸມລະດັບສູງກ່ຽວກັບບັນຫາປາແລັດສະຕີນ-ອິດສະຣາແອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຫຼື ສປຊ ໃນວັນທີ 29 ພະຈິກນີ້?

    ທ່ານວ່າງເວີນປິ່ນຕອບວ່າ: ໃນຖານະເປັນປະເທດປະທານໝູນວຽນປະຈຳເດືອນພະຈິກນີ້ຂອງສະພາຄວາມໝັ້ນຄົງ, ຈີນຫວັງວ່າໂດຍຜ່ານຈັດກອງປະຊຸມລະດັບສູງກ່ຽວກັບບັນຫາປາແລັດສະຕີນ-ອິດສະຣາແອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈະຊຸກຍູ້ໃຫ້ບັນດາຝ່າຍແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ປະກອບສ່ວນເທົ່າທີ່ຄວນເຂົ້າໃນການຫຼຸດຜ່ອນວິກິດການດ້ານມະນຸດສະທຳຢູ່ເຂດກາຊາ, ບັນລຸການຢຸດຍິງ, ປົກປ້ອງປະຊາຊົນ, ມີການກະທຳຢ່າງແທ້ຈິງຕໍ່ການຊຸກຍູ້ການແກ້ໄຂບັນຫາປາແລັດສະຕີນຢ່າງຮອບດ້ານ, ທ່ຽງທຳ ແລະ ຖາວອນດ້ວຍ “ແຜນການສອງປະເທດ”. ພ້ອມກັນນັ້ນ, ຈີນຄອງຄອຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປະຕິບັດໜ້າທີ່ສຳຄັນທີ່ສຸດ ຄື: ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ.