ການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຈີນ,ຍີ່ປຸ່ນ-ສ.ເກົາຫຼີສົ່ງສັນຍານ3ຢ່າງ

2023-11-28 18:26:06 cri


   ໃນທ້າຍສັບປະດາຜ່ານມານີ້,ຈີນ,ຍີ່ປຸ່ນ-ສ.ເກົາຫຼີໄດ້ມີການຕິດຕໍ່ກັນຫຼາຍຂຶ້ນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ,ຍີ່ປຸ່ນແລະສ.ເກົາຫຼີໄດ້ຈັດການພົບປະສອງຝ່າຍ3ຄັ້ງ ແລະພົບປະສາມຝ່າຍ1ຄັ້ງ.

   ທ່າມກາງການພົວພັນລະຫວ່າງຈີນ-ຍີ່ປຸ່ນແລະລະຫວ່າງຈີນ- ສ.ເກົາຫຼີຕົກຢູ່ສະພາບເຢັນຊາຢ່າງຕໍ່ເນື່ອງ,ການຕິດຕໍ່ພົວພັນກັນເທື່ອນີ້ໄດ້ສົ່ງສັນຍານໃດແດ່,ສາມາດມີປະສິດທິຜົນຕົວຈິງຄືແນວໃດ,ຈະຊຸກຍູ້ການພົວພັນລະຫວ່າງຈີນ,ຍີ່ປຸ່ນແລະສ.ເກົາຫຼີຂະຫຍາຍໄປສູ່ທິດທາງໃດ.

   ສັນຍານທີ1:ຊຸກຍູ້ການພົວພັນສອງຝ່າຍດ້ວຍການພົວພັນຫຼາຍຝ່າຍ, ການຮ່ວມມືສາມປະເທດຈະລິເລີ່ມຄືນໃໝ່ຢ່າງຮອບດ້ານ; ສັນຍານທີ2: ຍີ່ປຸ່ນແລະສ.ເກົາຫຼີໄດ້ໃຫ້ຄວາມສຳຄັນຕໍ່ກົນໄກຮ່ວມມືສາມຝ່າຍຈາກມູມມອງຍຸດທະສາດ; ສັນຍານທີ3: ການຮ່ວມມືສາມປະເທດພວມພະຍາຍາມຫຼຸດພົ້ນອອກຈາກຜົນກະທົບຈາກພາຍນອກ.

   ໃນຕໍ່ໜ້າ, ຈີນ,ຍີ່ປຸ່ນ-ສ.ເກົາຫຼີ ຍັງຈະຊຸກຍູ້ໃຫ້ຈັດກອງປະຊຸມຜູ້ນຳສາມປະເທດຕື່ມອີກ.ສາມຝ່າຍຈະພະຍາຍາມຮ່ວມກັນ ເພື່ອສ້າງບັນຍາກາດທີ່ດີ ຊຸກຍູ້ໃຫ້ກອງປະຊຸມຜູ້ນຳສາມປະເທດໄດ້ຮັບຜົນງານອັນຕັ້ງໜ້າ.