ທ່ານກູເຕິເຣັສ:ຜູ້ນຳບັນດາປະເທດຢູ່ໃນໂລກຄວນທັບມ້າງຮອບວຽນທີ່ບໍ່ດີ ຍ້ອນດິນຟ້າອາກາດທົ່ວໂລກອຸ່ນຂຶ້ນ

2023-11-29 16:28:05 cri


   ວັນທີ27ພະຈິກນີ້,ທ່ານອັນໂຕນີໂອ ກູເຕິເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ:ໃນກອງປະຊມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດທີ່ຈະຈັດຂຶ້ນຢູ່ນະຄອນດູໄບຂອງສະຫະລັດອາຣັບເອມິເຣດໃນອາທິດນີ້, ຜູ້ນຳບັນດາປະເທດຢູ່ໃນໂລກຄວນໃຊ້ມາດຕະການເພື່ອທັບມ້າງຮອບວຽນທີ່ບໍ່ດີຍ້ອນດິນຟ້າອາກາດທົ່ວໂລກອຸ່ນຂຶ້ນ,ເພື່ອຫຼີກເວັ້ນບໍ່ໃຫ້ດິນຟ້າອາກາດປ່ຽນແປງຮອດຈຸດຮ້າຍແຮງທີ່ສຸດ.

   ທ່ານກູເຕິເຣັສໄດ້ໃຫ້ສຳພາດຕໍ່ນັກຂ່າວຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກວ່າ: ໃນອາທິດທີແລ້ວນີ້,ຢູ່ຂົ້ວໂລກໃຕ້,ທ່ານເອງໄດ້ເບິ່ງເຫັນນ້ຳກ້ອນລະລາຍໄວທີ່ສຸດຈົນຕົກໃຈ,ເຊິ່ງໄວກວ່າຕົ້ນຊຸມປີ 1990 ເຖິງ 3 ເທົ່າ.

   ທ່ານຊີ້ອອກວ່າ: ພວກເຮົາກຳລັງຢວ່າງບາດກ້າວໄປສູ່ທິດໄພພິບັດທີ່ອຸນຫະພູມຂອງໜ່ວຍໂລກເພີ່ມສູງຂຶ້ນປະມານ3ອົງສາໃນທ້າຍສະຕະວັດນີ້,ຖ້າຫາກການລະບາຍກາກບອນແລະດ້ານອື່ນໆຍັງຄືສະພາບໃນປັດຈຸບັນຕໍ່ໄປ, ທ້າຍສະຕະວັດນີ້ ລະດັບໜ້ານ້ຳທະເລອາດຈະສູງກວ່າປັດຈຸບັນເຖິງ10ແມັດ.