ເອຢິບຫວັງວ່າ ເມື່ອຮອດປີ 2028 ຈະສາມາດດຶງດູດນັກທ່ອງທ່ຽວຈີນໄດ້ 3 ລ້ານຄົນຕໍ່ປີ

2023-11-29 10:17:50 CRI

    ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານອາຮ໌ເມັດ ອີຊາ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ວັດຖຸບູຮານເອຢິບກ່າວວ່າ,ເອຢິບຫວັງວ່າ ເມື່ອຮອດປີ 2028 ຈະສາມາດບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວຈີນໄປທ່ຽວເອຢິບໄດ້ 3 ລ້ານຄົນຕໍ່ປີ.


    “ເມື່ອຮອດປີ 2028 ຈະດຶງດູດນັກທ່ອງທ່ຽວຈີນ 3 ລ້ານຄົນໃນແຕ່ລະປີແມ່ນໝາຍຄວາມວ່າຈະມີນັກທ່ອງທ່ຽວຈີນ 60.000 ຄົນມາທ່ຽວເອຢິບໃນແຕ່ລະອາທິດ.” ທ່ານອາຮ໌ເມັດ ອີຊາກ່າວຕື່ມວ່າ, ນີ້ແມ່ນຕ້ອງການຖ້ຽວບິນ ແລະ
ຫ້ອງນອນຂອງໂຮງແຮມເປັນຈຳນວນຫຼາຍ. “ພວກຂ້າພະເຈົ້າຍິນດີຕ້ອນຮັບນັກທຸລະກິດໂຮງແຮມຈີນມາລົງທຶນຢູ່ເອຢິບ, ຍິນດີຕ້ອນຮັບບໍລິສັດທ່ອງທ່ຽວຈີນຈັດກຸ່ມນັກທ່ອງທ່ຽວມາທ່ຽວເອຢິບ.”



     ທ່ານອາຮ໌ເມັດ ອີຊາແຈ້ງໃຫ້ຮູ້ວ່າ: ນັບແຕ່ເລີ່ມບັນທຶກຕົວເລກສະຖິຕິກ່ຽວກັບຈຳນວນນັກທ່ອງທ່ຽວແຕ່ປີ 2000, ນັກທ່ອງທ່ຽວຈີນທີ່ໄປທ່ຽວເອຢິບໃນແຕ່ລະປີລ້ວນແຕ່ບໍ່ເຄີຍມີຫຼາຍກວ່າຈຳນວນ 3 ແສນຄົນ.