ຍີ່ປຸ່ນຄວນເອົາໃຈໃສ່ຕໍ່ຄວາມເປັນຫ່ວງຢ່າງໜັກໜ່ວງຂອງປະຊາຄົມໂລກຕໍ່ການລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູຄູຊິມະລົງສູ່ທະເລ

2023-11-29 10:25:40 CRI


    ວັນທີ 28 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ,ໃນໂອກາດລັດຖະບານຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູຄູຊິມະລົງສູ່ທະເລເປັນເວລາ 3 ເດືອນ, ຫວ່າງມໍ່ໆມານີ້, ບໍລິສັດພະລັງງານໄຟຟ້າໂຕກຽວໄດ້ເລີ່ມຢືນຢັນຜົນເສຍຫາຍຍ້ອນການລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູຄູຊິມະລົງສູ່ທະເລພາຍໃນປະເທດຍີ່ປຸ່ນ. ຂໍຖາມທ່ານໂຄສົກວ່າມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

 

     ທ່ານວ່າງເວີນປິ່ນຕອບວ່າ: ການລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູຄູຊິມະລົງສູ່ທະເລແມ່ນກ່ຽວຂ້ອງເຖິງສຸຂະພາບຂອງມວນມະນຸດ, ສິ່ງແວດລ້ອມທະເລຂອງທົ່ວໂລກ ແລະ ຜົນປະໂຫຍດສາທາລະນະສາກົນ. ຍີ່ປຸ່ນບໍ່ພຽງແຕ່ຄວນປະຕິບັດຕໍ່ຄວາມເປັນຫ່ວງຂອງປະຊາຊົນພາຍໃນປະເທດຕົນຢ່າງເຂັ້ມງວດເທົ່ານັ້ນ, ຍິ່ງຄວນໄດ້ເອົາໃສ່ໃຈຕໍ່ຄວາມເປັນຫ່ວງຢ່າງໜັກໜ່ວງຂອງປະຊາຄົມໂລກ ໂດຍສະເພາະແມ່ນປະເທດໃກ້ຄຽງຕ່າງໆ, ແລກປ່ຽນກັບຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງດ້ວຍທ່າທີທີ່ມີຄວາມຮັບຜິດຊອບ ແລະ ລັກສະນະສ້າງສັນ ພ້ອມທັງຕັ້ງໜ້າປະຕິບັດຕາມຄວາມຮຽກຮ້ອງຕ້ອງການອັນຊອບທຳກ່ຽວກັບການຢືນຢັນຄວາມເສຍຫາຍ ແລະ ຄ່າທົດແທນຂອງຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງ.