ທ່ານວາງຢີ້ຖະແຫຼງຂ່າວຕໍ່ສື່ມວນຊົນພາຍຫຼັງກອງປະຊຸມລະດັບສູງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາປາແລັດສະຕີນ-ອິດສະຣາແອນ

2023-11-30 15:16:52 cri

 

    ວັນທີ 29 ພະຈິກນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນພາຍຫຼັງກອງປະຊຸມລະດັບສູງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາປາແລັດສະຕີນ-ອິດສະຣາແອນ.

    ທ່ານວາງຢີ້ຊີ້ໃຫ້ເຫັນວ່າ: ການປະທະກັນລະຫວ່າງປາແລັດສະຕີນ-ອິດສະຣາແອນໄດ້ຢືນຢັນໃຫ້ເຫັນອີກຄັ້ງໜຶ່ງວ່າ: “ແຜນການສອງປະເທດ” ແມ່ນຊ່ອງທາງທີ່ມີຄວາມອາດເປັນໄປໄດ້ພຽງໜຶ່ງດຽວໃນການແກ້ໄຂບັນຫາປາແລັດສະຕີນ. ມີພຽງແຕ່ “ແຜນການສອງປະເທດ”ເທົ່ານັ້ນ ຈຶ່ງສາມາດບັນລຸໃຫ້ປາແລັດສະຕີນ ແລະ ອິດສະຣາແອນຢູ່ຮ່ວມກັນໂດຍສັນຕິ, ບັນລຸໃຫ້ຊົນຊາດອາຣັບ ແລະ ຊົນຊາດຢິວຢູ່ຮ່ວມກັນຢ່າງປອງດອງ, ບັນລຸໃຫ້ພາກພື້ນຕາເວັນອອກກາງມີສັນຕິພາບຢ່າງຖາວອນ.

    ທ່ານວາງຢີ້ເນັ້ນໜັກວ່າ: ພວກເຮົາຮຽກຮ້ອງໃຫ້ປ່ອຍຕົວປະກັນ ທັງໝົດ, ຮຽກຮ້ອງໃຫ້ຍົກເລີກການປິດລ້ອມຮອບດ້ານຢູ່ເຂດກາຊາ, ຮັບປະກັນໃຫ້ຊ່ອງທາງຊ່ວຍເຫຼືອດ້ານມະນຸດສະທຳມີຄວາມສະດວກສະບາຍ, ຮັບປະກັນຄວາມຕ້ອງການດ້ານຄວາມຢູ່ລອດຂັ້ນພື້ນຖານຂອງປະຊາຊົນຢູ່ເຂດກາຊາ.