ທ່ານວາງຢີ້ພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ

2023-11-30 10:26:39 CRI


    ວັນທີ 28 ພະຈິກນີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກຂອງອາເມຣິກາ.


    ທ່ານວາງຢີ້ກ່າວວ່າ: ໂລກສຸມໃສ່ໃຫ້ຄວາມສົນໃຈການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນ, ເອົາໃຈໃສ່ຕໍ່ບົດບາດ ແລະ ການເຄື່ອນໄຫວຂອງອົງການສະຫະປະຊາຊາດ. ໃນຖານະທີ່ເປັນປະເທດປະທານໝູນວຽນຂອງສະພາຄວາມໝັ້ນຄົງໃນເດືອນນີ້, ຈີນຮັກສາການແລກປ່ຽນກັບປະເທດອາຣັບ ແລະ ຝ່າຍທີ່ີກ່ຽວຂ້ອງຢ່າງໃກ້ຊິດ, ຖືເອົາການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນເປັນຫົວຂໍ້ແກນກາງ ແລະ ຈະຫາລືກ່ອນຂອງສະພາຄວາມໝັ້ນຄົງ.



    ທ່ານກູເຕີເຣັສໄດ້ຊົມເຊີຍບົດບາດທີ່ມີລັກສະນະສ້າງສັນຂອງຈີນເພື່ອຊຸກຍູ້ການແກ້ໄຂບັນຫາລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນໃຫ້ແກ້ໄຂໂດຍຜ່ານທາງການເມືອງ ແລະ ຜ່ອນຄາຍວິກິດການມະນຸດສະທຳໃນໄລຍະເປັນປະເທດປະທານໝູນວຽນຂອງສະພາຄວາມໝັ້ນຄົງ,ຂອບໃຈຈີນທີ່ຈະຮຽກຈັດກອງປະຊຸມລະດັບສູງກ່ຽວກັບບັນຫາລະຫວ່າງປາເລັດສະຕິນ ກັບ ອິດສະຣາແອນ.