ຜູ້ໃຫ້ສຳພາດຈຳນວນ 91,4% ຢູ່ໃນໂລກຍ້ອງຍໍຈີນທີ່ປະກອບສ່ວນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

2023-11-30 20:54:26 CRI

 

    ໃນທຸກມື້ນີ້ ບັນຫາດິນຟ້າອາກາດນັບມື້ນັບຮ້າຍແຮງຂຶ້ນ, ທົ່ວໂລກໄດ້ເລັງສາຍໃສ່ນະຄອນດູບາຍຂອງສະຫະລັດອາຣັບ ເອມິເຣດ. ວັນທີ 30 ພະຈິກນີ້, ກອງປະຊຸມຝ່າຍລົງນາມ “ສົນທິສັນຍາຂອງອົງການສະຫະຊາຊາດກ່ຽວກັບຂອບການປ່ຽນແປງຂອງດິນຟ້າອາກາດ” ຄັ້ງທີ 28 ຫຼື COP28 ທີ່ຈະດຳເນີນເປັນເວລາ 2 ອາທິດນັ້ນໄດ້ໄຂຂຶ້ນຢູ່ແຫ່ງນີ້.

    ຜົນການສຳຫຼວດປະຊາມະຕິຕໍ່ຊາວເນັດທົ່ວໂລກທີ່ຈັດໂດຍ CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດຈຳນວນ 90,3% ເຫັນວ່າ ບໍ່ມີປະເທດໃດສາມາດເອົາຕົວລອດຢູ່ນອກເໜືອບັນຫາດິນຟ້າອາກາດໄດ້, ລັດທິຫຼາຍຝ່າຍແມ່ນຊ່ອງທາງພື້ນຖານໃນການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ. ຜູ້ໃຫ້ສຳພາດຈຳນວນ 91,4% ໄດ້ຍ້ອງຍໍຈີນທີ່ປະກອບສ່ວນເພື່ອຊຸກຍູ້ການຄຸ້ມຄອງດິນຟ້າອາກາດຂອງໂລກ.

    ໃນການສຳຫຼວດ, ຜູ້ໃຫ້ສຳພາດທົ່ວໂລກຈຳນວນ 83% ເຫັນວ່າ: ມວນມະນຸດປ່ອຍກາກບອນຫຼາຍເກີນໄປ ໄດ້ເຮັດໃຫ້ດິນຟ້າອາກາດທົ່ວໂລກປ່ຽນແປງໄວຂຶ້ນ, ມີແຕ່ເສັ້ນທາງການພັດທະນາແບບຍືນຍົງທີ່ມີຄຸນນະພາບສູງເທົ່ານັ້ນ ຈິ່ງສາມາດຊ່ວຍໃຫ້ພົ້ນອອກຈາກຄວາມຫຍຸ້ງຍາກໄດ້; ຜູ້ໃຫ້ສຳພາດຈຳນວນ 81,8% ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆເລັ່ງລັດຫັນເປັນຮູບການພັດທະນາແບບສີຂຽວ ແລະ ຫຼຸດຜ່ອນການປ່ອຍກາກບອນໃຫ້ໜ້ອຍລົງ ເພື່ອຊຸກຍູ້ເປົ້າໝາຍດ້ານດິນຟ້າອາກາດທົ່ວໂລກໃຫ້ປາກົດຜົນເປັນຈິງ.