ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມລະນຶກ “ວັນສາກົນຊ່ວຍເຫຼືອປະຊາຊົນປາແລັດສະຕີນ”

2023-11-30 16:18:52 cri


   ວັນທີ 29 ພະຈິກນີ້, ອົງການສະຫະປະຊາຊາດໄດ້ຈັດກອງປະຊຸມລະນຶກ “ວັນສາກົນຊ່ວຍເຫຼືອປະຊາຊົນປາແລັດສະຕີນ”, ທ່ານສີຈິ້ນຜິງ ປະທານປະເທດຈີນສົ່ງສານຊົມເຊີຍເຖິງກອງປະຊຸມ.

   ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ບັນຫາປາແລັດສະຕີນແມ່ນແກນກາງຂອງບັນຫາຕາເວັນອອກກາງ, ກ່ຽວຂ້ອງເຖິງຄວາມທ່ຽງທຳແລະເປັນທຳສາກົນ. ສາເຫດສຳຄັນຂອງການປະທະກັນລະຫວ່າງປາແລັດສະຕີນ-ອິດສະຣາແອນແມ່ນປະຊາຊົນປາແລັດສະຕີນບໍ່ສາມາດບັນລຸສິດຊົນຊາດທີ່ຖືກຕ້ອງຕາມກົດໝາຍທີ່ສ້າງຕັ້ງປະເທດເອກະລາດເປັນເວລາຍາວນານ. ບົດຮຽນທາງລົບຢ່າງເຈັບແສບທີ່ການປະທະກັນລະຫວ່າງປາແລັດສະຕີນ-ອິດສະຣາແອນເກີດຂຶ້ນເທື່ອແລ້ວເທື່ອອີກສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ: ມີແຕ່ຍຶດໝັ້ນແນວຄິດຄວາມໝັ້ນຄົງຮ່ວມກັນເທົ່ານັ້ນຈິ່ງສາມາດບັນລຸຄວາມໝັ້ນຄົງແບບຍືນຍົງໄດ້. ປະຊາຄົມໂລກຄວນໃຊ້ການກະທຳຢ່າງຮີບດ່ວນ,ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຄວນແບກຫາບຄວາມຮັບຜິດຊອບຢ່າງແທ້ຈິງ, ອອກແຮງສຸດຂີດຊຸກຍູ້ໃຫ້ຢຸດຍິງໂດຍໄວ, ປົກປ້ອງຄວາມປອດໄພຂອງປະຊາຊົນ, ສະກັດກັ້ນໄພພິບັດດ້ານມະນຸດສະທຳ.ບົນພື້ນຖານນີ້ແລ້ວໃຫ້ຈັດການເຈລະຈາສັນຕິພາບປາແລັດສະຕີນ-ອິດສະຣາແອນຄືນໃໝ່ໂດຍໄວ ແລະບັນລຸສິດສ້າງຕັ້ງປະເທດ,ສິດຢູ່ລອດແລະສິດກັບຄືນບ້ານເກີດເມືອງນອນຂອງປະຊາຊົນປາແລັດສະຕີນໂດຍໄວເທົ່າທີ່ຈະໄວໄດ້.