ທ່ານຕີ່ງເສ່ຊຽງຢ້ຽມຢາມກາຊັກສະຖານແລະເປັນປະທານກອງປະຊຸມຄະນະກຳມະການການຮ່ວມມືຈີນ-ກາຊັກສະຖານຄັ້ງທີ 11

2023-11-30 16:31:22 CRI


    ລະຫວ່າງວັນທີ 26 ຫາ 27 ພະຈິກນີ້, ທ່ານຕີ່ງເສ່ຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນໄດ້ຢ້ຽມຢາມກາຊັກສະຖານ ໂດຍໄດ້ເຂົ້າຢ້ຽມຄຳນັບທ່ານກາຊິມ-ໂຈມາດ ໂຕກາເຢບ ປະທານາທິບໍດີກາຊັກສະຖານ ແລະ ທ່ານອາລີຄານ ສະໄມໂລບ ນາຍົກລັດຖະມົນຕີກາຊັກສະຖານ ພ້ອມນັ້ນຍັງໄດ້ພົບປະເຈລະຈາ ແລະ ຮ່ວມກັບທ່ານໂຣມານ ສະກລີອາ ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງຂອງກາຊັກສະຖານເປັນປະທານກອງປະຊຸມຄະນະກຳມະການຮ່ວມມືຈີນ-ກາຊັກສະຖານຄັ້ງທີ 11.