ທ່ານຕີ່ງເສ່ຊຽງຢ້ຽມຢາມຕວັກເມນິດສະຖານ ແລະ ເປັນປະທານກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການຮ່ວມມືຈີນ-ຕວັກເມນິດສະຖານ

2023-12-01 15:49:32 cri

 

    ລະຫວ່າງວັນທີ 28-29 ພະຈິກແລ້ວນີ້, ທ່ານຕີ່ງເສ່ຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ,    ຮອງນາຍົກລັດຖະມົນຕີຈີນໄດ້ຢ້ຽມຢາມຕວັກເມນິດສະຖານ, ເຂົ້າຢ້ຽມຄຳນັບທ່ານ ເຊີດາ ເບີດີມູຮາເມໂດບ ປະທານາທິບໍດີຕວັກເມນິດສະຖານ, ພົບປະເຈລະຈາກັບທ່ານຣາຊີດ ເມເຣໂດບ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຕວັກເມນິດສະຖານ ທັງຮ່ວມກັນເປັນປະທານກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການຮ່ວມມືຈີນ-ຕວັກເມນິດສະຖານ.