ຈັດກອງປະຊຸມຝ່າຍລົງນາມ “ສົນທິສັນຍາຂອງອົງການສະຫະປະຊາຊາດກ່ຽວກັບຂອບການປ່ຽນແປງດ້ານດິນຟ້າອາກາດ” ຄັ້ງທີ 28 ຢູ່ນະຄອນດູບາຍ

2023-12-01 10:15:39 CRI


    ວັນທີ 30 ພະຈິກແລ້ວນີ້, ກອງປະຊຸມຝ່າຍລົງນາມ “ສົນທິສັນຍາຂອງອົງການສະຫະປະຊາຊາດກ່ຽວກັບຂອບການປ່ຽນແປງດ້ານດິນຟ້າອາກາດ” ຄັ້ງທີ 28 ຫຼື COP28 ໄດ້ຈັດຂຶ້ນຢູ່ນະຄອນດູບາຍຂອງສະຫະລັດອາຣັບເອມິດ
ເຣດ.ພາຍໃຕ້ເບື້ອງຫຼັງທີ່ອຸນຫະພູມໂລກສ້າງສະຖິຕິອຸ່ນຂຶ້ນຄັ້ງໃໝ່ຢ່າງລຽນຕິດ,ໄພພິບັດຈາກດິນຟ້າອາກາດນັບມື້ນັບຮ້າຍແຮງຂຶ້ນ, ກອງປະຊຸມຄັ້ງນີ້ຈະທົບທວນຄືນການເຄື່ອນໄຫວດ້ານດິນຟ້າອາກາດໃນທົ່ວໂລກ ນັບແຕ່ໄດ້ລົງນາມ “ສັນຍາປາຣີ” ເປັນຕົ້ນມາເປັນເທື່ອທຳອິດ.


    ຂ່າວແຈ້ງໃຫ້ຮູ້ວ່າ, ກອງປະຊຸມຄັ້ງນໄດ້ຈັດຂຶ້ນຢູ່ເມືອງຈັດງານວາງສະແດງໂລກດູບາຍລະຫວ່າງວັນທີ 30 ພະຈິກ ຜ່ານມາຫາວັນທີ 12 ທັນວານີ້,ເປັນເວລາ 2 ອາທິດ. ກອງປະຊຸມຄັ້ງນີ້ໄດ້ດຶງດູດຈຳນວນ 70.000 ຄົນເຂົ້າຮ່ວມ ແມ່ນກອງປະຊຸມດ້ານດິນຟ້າອາກາດຂະໜາດໃຫຍ່ທີ່ສຸດໃນປະຫວັດສາດ.