ທ່ານສີຈິ້ນຜິງສົ່ງສານໄວ້ອາໄລເຖິງປະທານາທິບໍດີອາເມຣິກາກ່ຽວກັບການເຖິງແກ່ອະສັນຍະກຳຂອງອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ

2023-12-01 15:46:20 cri

 

    ວັນທີ 30 ພະຈິກແລ້ວນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄວ້ອາໄລເຖິງທ່ານໂຈ ໄບເດນ ປະທານາທິບໍດີອາເມຣິກາກ່ຽວກັບການເຖິງແກ່ອະສັນຍະກຳຂອງທ່ານເຮັນຣີ ກິດຊິງເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ. ທ່ານສີຈິ້ນຜິງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ທັງໃນນາມສ່ວນຕົວສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການເຖິງແກ່ອະສັນຍະກຳຂອງທ່ານເຮັນຣີ ກິດຊິງເກີ ແລະ ສົ່ງຄວາມຢື້ຢາມຖາມຂ່າວອັນຈິງໃຈເຖິງຄອບຄົວຂອງເພິ່ນ

    ເນື້ອໃນສານໄວ້ອາໄລຂອງທ່ານສີຈິ້ນຜິງລະບຸວ່າ: ດຣ. ເຮັນຣີ ກິດຊິງເກີແມ່ນນັກຍຸດທະສາດຜູ້ໂດ່ງດັງໃນທົ່ວໂລກ, ແມ່ນເພື່ອນມິດເກົ່າ ແລະ ເພື່ອນມິດທີ່ດີຂອງປະຊາຊົນຈີນ. ເມື່ອ 50 ປີກ່ອນ, ເພິ່ນມີມຸມມອງຍຸດທະສາດທີ່ດີເລີດ, ໄດ້ປະກອບສ່ວນທີ່ມີຄວາມໝາຍຄັ້ງປະຫວັດສາດເຂົ້າໃນການຫັນສາຍພົວພັນຈີນ-ອາເມຣິກາເປັນປົກກະຕິ, ໄດ້ສ້າງຄວາມຜາສຸກໃຫ້ແກ່ສອງປະເທດ, ທັງໄດ້ປ່ຽນແປງໂລກ. ເພິ່ນໄດ້ຖືເອົາການຊຸກຍູ້ການພັດທະນາສາຍພົວພັນຈີນ-ອາເມຣິກາ, ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດເປັນຄວາມມຸ່ງຫວັງຕະຫຼອດຊີວິດ. ຊື່ຂອງທ່ານເຮັນຣີ ກິດຊິງເກີຈະຢູ່ຮ່ວມກັບສາຍພົວພັນຈີນ-ອາເມຣິກາຕະຫຼອດກາລະນານ.